ຢ່າຢ້ານເລີຍ ເພາະພຣະເຈົ້າສະຖິດຢູ່ກັບທ່ານ
ບາງຄັ້ງເຮົາກໍຢ້ານບາງສິ່ງບາງຢ່າງ. ອາດເປັນຄວາມຢ້ານວ່າຈະສູນເສຍຄົນໃນຄອບຄົວ, ຢ້ານຄວາມຕາຍ ຫລື ການຖືກຂົ່ມເຫັງ, ຢ້ານເສຍວຽກ, ຢ້ານການອອກບຳນານ... ເຮົາຄວນເຮັດແນວໃດເມື່ອເຮົາຢ້ານ? ເຮົາຈະຕໍ່ສູ້ກັບຄວາມຢ້ານດ້ວຍຕົວເອງໄດ້ແນວໃດ? ພຣະຄຳພີກ່າວແນວໃດກ່ຽວກັບຄວາມຢ້ານ?
ເມື່ອຂ້ານ້ອຍຢ້ານ ຂ້ານ້ອຍຈະໄວ້ວາງໃຈໃນພຣະອົງ.( ເພງສັນລະເສີນ 56:3 )
ທ່ານບໍ່ແມ່ນຄົນດຽວທີ່ຢ້ານ. ແທ້ຈິງແລ້ວ ທຸກຄົນໃນໂລກນີ້ລ້ວນແຕ່ເຄີຍຢ້ານບາງສິ່ງບາງຢ່າງໃນຊ່ວງໃດຊ່ວງໜຶ່ງຂອງຊີວິດ.
ກ່ອນອື່ນ ໃຫ້ເຮົາເຂົ້າໃຈວ່າ ເຮົາບໍ່ໄດ້ຢ້ານສິ່ງທີ່ເກີດຂຶ້ນແລ້ວໃນອະດີດ ແລະ ບໍ່ໄດ້ຢ້ານສິ່ງທີ່ກຳລັງເກີດຂຶ້ນໃນເວລານີ້. ເຮົາຢ້ານສິ່ງທີ່ອາດເກີດຂຶ້ນໃນອະນາຄົດ - ໃນອີກວິນາທີ, ຊົ່ວໂມງ, ເດືອນ ຫລື ປີຂ້າງໜ້າ.
ແລະ ຕາມທີ່ທ່ານເຫັນໃນຕອນນີ້ ໃຜເປັນຜູ້ກຳນົດອະນາຄົດຂອງທ່ານ? ລອງຄິດເບິ່ງ - ແມ່ນນາຍຈ້າງທີ່ອາດໄລ່ທ່ານອອກບໍ? ແມ່ນທ່ານໝໍທີ່ກຳລັງພະຍາຍາມຊ່ວຍຊີວິດຄົນໃນຄອບຄົວຂອງທ່ານບໍ? ແມ່ນສັດຕູທີ່ກຳລັງພະຍາຍາມຂ້າທ່ານບໍ? ຫລື ແມ່ນຕົວທ່ານເອງທີ່ຄວບຄຸມອະນາຄົດຂອງຕົນ ແລະ ກ້າວທີ່ທ່ານກຳລັງກ້າວໄປອາດນຳໄປສູ່ຜົນຮ້າຍເຖິງຊີວິດ?
ໃນຄວາມເປັນຈິງ ບໍ່ມີໃຜຄວບຄຸມອະນາຄົດຂອງຕົນໄດ້ ແລະ ທ່ານກໍເຊັ່ນກັນ. ນີ້ແມ່ນສິ່ງທີ່ພຣະເຢຊູກ່າວເຖິງເສດຖີຄົນໜຶ່ງ ຜູ້ພະຍາຍາມຮັບປະກັນອະນາຄົດຂອງຕົນໂດຍການສະສົມເມັດພືດຢ່າງຫລວງຫລາຍໄວ້ໃນເລົ້າຂອງລາວ.
“ແຕ່ພຣະເຈົ້າກ່າວແກ່ລາວວ່າ, ‘ຄົນໂງ່ເອີຍ! ຄືນນີ້ຊີວິດຂອງເຈົ້າຈະຖືກເອີ້ນເອົາຄືນຈາກເຈົ້າ. ແລ້ວຜູ້ໃດຈະເປັນຜູ້ທີ່ໄດ້ຮັບສິ່ງຂອງທີ່ເຈົ້າຕຽມໄວ້ສຳລັບເຈົ້າເອງ?’( ລູກາ 12:20 )
ເຖິງຢ່າງໃດກໍຕາມ ທ່ານສາມາດເລືອກໄດ້ວ່າຈະຍ່າງໄປສູ່ອະນາຄົດກັບໃຜ. ທ່ານສາມາດຍ່າງໄປກັບພຣະເຈົ້າ ຫລື ຍ່າງໄປໂດຍບໍ່ມີພຣະເຈົ້າ.
ບໍ່ວ່າສິ່ງໃດໄດ້ນຳພາຊີວິດຂອງທ່ານມາຈົນເຖິງທຸກວັນນີ້ ຈົນເຮັດໃຫ້ເກີດຄວາມຢ້ານ - ຈົ່ງປະມັນໄວ້. ແລະ ຈົ່ງຍ່າງໄປກັບພຣະເຈົ້າ ອອກຫ່າງຈາກຄວາມມືດແຫ່ງອະດີດຂອງທ່ານ.
ຖ້າທ່ານໂຊກດີທີ່ມີພໍ່ ຈົ່ງຈື່ວ່າທ່ານຮູ້ສຶກປອດໄພ ແລະ ໄດ້ຮັບການປົກປ້ອງພຽງໃດເມື່ອຢູ່ກັບເພິ່ນຕອນທ່ານຍັງນ້ອຍ. ເມື່ອເພິ່ນຈັບມືທ່ານ ແລະ ຍ່າງໄປກັບທ່ານ ທ່ານຮູ້ສຶກປອດໄພ ແລະ ມີຄວາມສຸກ.
ບັດນີ້ ທ່ານມີພຣະບິດາໃນສະຫວັນ ຜູ້ໄດ້ສ້າງທ່ານ ຜູ້ຮັກທ່ານຢ່າງເລິກເຊິ່ງ ແລະ ຜູ້ສາມາດຍ່າງໄປກັບທ່ານຕັ້ງແຕ່ນີ້ເປັນຕົ້ນໄປ.
ເຖິງປານນັ້ນ, ຂ້າແດ່ພຣະເຈົ້າຢາເວ, ພຣະອົງເປັນພຣະບິດາຂອງພວກຂ້ານ້ອຍ. ພວກຂ້ານ້ອຍເປັນດິນໜຽວ, ພຣະອົງເປັນຊ່າງປັ້ນ; ພວກຂ້ານ້ອຍທັງໝົດເປັນຜົນງານຈາກມືຂອງພຣະອົງ.( ເອຊາຢາ 64:8 )
ແລະ ພຣະອົງຊົງມີລິດອຳນາດ ແລະ ຍິ່ງໃຫຍ່ກວ່າຜູ້ໃດໃນແຜ່ນດິນໂລກຫລາຍເທົ່າ.
ພຣະເຈົ້າຜືທ້ອງຟ້າອອກທາງດ້ານເໜືອເໜືອບ່ອນວ່າງເປົ່າ; ພຣະອົງແຂວນໂລກໄວ້ໂດຍບໍ່ມີສິ່ງໃດເລີຍ. ພຣະອົງຫຸ້ມຫໍ່ນ້ຳໄວ້ໃນເມກຂອງພຣະອົງ, ແຕ່ເມກກໍບໍ່ໄດ້ແຕກກະຈາຍອອກເພາະນ້ຳໜັກຂອງມັນ. ພຣະອົງປົກບັງແສງຂອງເດືອນເຕັມດວງ, ໂດຍກະຈາຍເມກຂອງພຣະອົງປົກຄຸມມັນໄວ້. ພຣະອົງກຳນົດເສັ້ນຂອບຟ້າເທິງໜ້ານໍ້າ ເປັນເຂດແດນລະຫວ່າງຄວາມສະຫວ່າງກັບຄວາມມືດ. ເສົາຂອງຟ້າສະຫວັນສັ່ນຄອນ, ຕົກຕະລຶງເມື່ອພຣະອົງຕຳໜິ. ພຣະອົງເຮັດໃຫ້ທະເລສະຫງົບລົງໂດຍລິດອຳນາດຂອງພຣະອົງ; ພຣະອົງຕັດຣາຮາບອອກເປັນຕ່ອນໆໂດຍພຣະປັນຍາຂອງພຣະອົງ. ທ້ອງຟ້າກໍແຈ່ມໃສໂດຍລົມຫາຍໃຈຂອງພຣະອົງ; ມືຂອງພຣະອົງໄດ້ແທງພະຍາງູທີ່ກຳລັງເລືອໄປ. ແລະ ສິ່ງເຫລົ່ານີ້ເປັນພຽງສິ່ງເລັກນ້ອຍໆທີ່ພຣະອົງໄດ້ກະທຳ ເປັນພຽງສຽງຊິ່ມເບົາໆທີ່ພວກເຮົາໄດ້ຍິນກ່ຽວກັບພຣະອົງເທົ່ານັ້ນ! ແລ້ວຜູ້ໃດຈະສາມາດເຂົ້າໃຈຄວາມຍິ່ງໃຫຍ່ແຫ່ງລິດອຳນາດຂອງພຣະອົງໄດ້?”( ໂຢບ 26:7-14 )
ຈົ່ງໃຫ້ພຣະບິດາຂອງທ່ານນຳພາຊີວິດຂອງທ່ານ. ຈົ່ງໃຫ້ພຣະອົງເບິ່ງແຍງອະນາຄົດຂອງທ່ານ. ຖ້າທ່ານຍັງຈື່ຄວາມສຸກໃນເວລາທີ່ທ່ານຍັງເປັນເດັກນ້ອຍຢູ່ທ່າມກາງພໍ່ແມ່ໄດ້ ຈົ່ງນຳຄວາມຮູ້ສຶກນັ້ນກັບຄືນມາ. ຈົ່ງກັບເປັນເດັກນ້ອຍອີກ ຜູ້ທີ່ປ່ອຍໃຫ້ພໍ່ແມ່ເບິ່ງແຍງຄວາມກັງວົນຂອງຕົນ.
ດັ່ງນັ້ນ ຢ່າຢ້ານເລີຍ, ເພາະເຮົາຢູ່ກັບເຈົ້າ; ຢ່າຕົກໃຈ, ເພາະເຮົາເປັນພຣະເຈົ້າຂອງເຈົ້າ. ເຮົາຈະເຮັດໃຫ້ເຈົ້າເຂັ້ມແຂງຂຶ້ນ ແລະ ເຮົາຈະຊ່ວຍເຈົ້າ; ເຮົາຈະຊູເຈົ້າໄວ້ດ້ວຍມືຂວາອັນຊອບທຳຂອງເຮົາ.( ເອຊາຢາ 41:10 )
ຖ້າເຮົາຮູ້ຈັກພຣະເຈົ້າຫລາຍຂຶ້ນ ມັນຈະຊ່ວຍໃຫ້ເຮົາເຂົ້າໃຈລິດອຳນາດຂອງພຣະອົງ. ນີ້ແມ່ນວິທີທີ່ອັກຄະສາວົກໂຢຮັນພັນລະນາເຖິງພຣະອົງ.
ນີ້ເປັນຖ້ອຍຄຳທີ່ພວກເຮົາໄດ້ຍິນຈາກພຣະອົງ ແລະ ປະກາດແກ່ພວກເຈົ້າຄື: ພຣະເຈົ້າເປັນຄວາມສະຫວ່າງ, ໃນພຣະອົງບໍ່ມີຄວາມມືດເລີຍ.( 1 ໂຢຮັນ 1:5 )
ຄວາມສະຫວ່າງສ່ອງເຂົ້າມາໃນຄວາມມືດ ແລະ ຄວາມມືດນັ້ນກໍບໍ່ໄດ້ຊະນະ ຄວາມສະຫວ່າງ.( ໂຢຮັນ 1:5 )
ເຮົາຍັງໄດ້ຍິນສິ່ງດຽວກັນນີ້ຈາກພຣະເຢຊູ ຜູ້ເປັນພາບລັກສະນະທີ່ແທ້ຈິງຂອງພຣະເຈົ້າຜູ້ທີ່ບໍ່ມີໃຜເຫັນໄດ້.
ເມື່ອພຣະເຢຊູເຈົ້າໄດ້ກ່າວກັບປະຊາຊົນອີກ, ພຣະອົງກ່າວວ່າ, “ເຮົານີ້ແຫລະ ເປັນຄວາມສະຫວ່າງຂອງໂລກ. ຜູ້ໃດກໍຕາມທີ່ຕາມເຮົາມາຈະບໍ່ເດີນໃນຄວາມມືດ, ແຕ່ຈະມີຄວາມສະຫວ່າງແຫ່ງຊີວິດ”.( ໂຢຮັນ 8:12 )
ເມື່ອທ່ານອອກຈາກຄວາມມືດ ແລະ ຍ່າງໄປກັບພຣະເຈົ້າ ຈົ່ງຖາມຕົວເອງວ່າ - ທ່ານສາມາດສ່ອງແສງໄດ້ຄືກັບພຣະບິດາຂອງທ່ານບໍ?
ຄວາມສະຫວ່າງຂອງພຣະບິດາຂອງເຮົາ ແລະ ພຣະບຸດຂອງພຣະອົງ ຄືພຣະເຢຊູ ບໍ່ແມ່ນຄວາມສະຫວ່າງທຳມະດາ. ແສງສະຫວ່າງທີ່ເຮົາຮູ້ຈັກມາຈາກໄຟຟ້າ, ຈາກທຽນໄຂ ຫລື ຈາກໄຟຟືນ... ແຕ່ຄວາມສະຫວ່າງຂອງພຣະເຈົ້າພຣະບິດາຂອງເຮົາມີຄວາມຮັກເປັນແຫລ່ງພະລັງ.
ຜູ້ທີ່ບໍ່ຮັກກໍບໍ່ຮູ້ຈັກພຣະເຈົ້າເພາະພຣະເຈົ້າເປັນຄວາມຮັກ.( 1 ໂຢຮັນ 4:8 )
ເພື່ອມີໄຊຊະນະເໜືອສັດຕູຂອງໂລກນີ້ ພຣະເຢຊູໄດ້ໃຊ້ອາວຸດທີ່ບໍ່ມີໃຜເອົາຊະນະໄດ້. ອາວຸດນັ້ນຄືຄວາມຮັກ.
ແລ້ວພວກເຂົາກໍຖົ່ມນ້ຳລາຍໃສ່ໜ້າຂອງພຣະອົງ ແລະ ທຸບຕີພຣະອົງດ້ວຍກຳປັ້ນຂອງພວກເຂົາ. ຄົນອື່ນໆກໍຕົບພຣະອົງ( ມັດທາຍ 26:67 )
ພຣະເຢຊູເຈົ້າກ່າວວ່າ, “ພຣະບິດາເຈົ້າເອີຍ, ຂໍຍົກໂທດໃຫ້ພວກເຂົາ ເພາະພວກເຂົາບໍ່ຮູ້ຈັກວ່າພວກເຂົາກຳລັງເຮັດຫຍັງ”. ແລ້ວພວກເຂົາໄດ້ເອົາເຄື່ອງນຸ່ງຂອງພຣະອົງມາຈັບສະຫລາກແບ່ງປັນກັນ.( ລູກາ 23:34 )
“ເຮົາໄດ້ບອກເລື່ອງນີ້ແກ່ພວກເຈົ້າເພື່ອພວກເຈົ້າຈະໄດ້ມີສັນຕິສຸກໃນເຮົາ. ໃນໂລກນີ້ພວກເຈົ້າຈະມີຄວາມທຸກຍາກລໍາບາກ ແຕ່ຈົ່ງຊື່ນໃຈເທາະ! ເພາະເຮົາໄດ້ຊະນະໂລກແລ້ວ”.( ໂຢຮັນ 16:33 )
ສະນັ້ນ ຈົ່ງມີໃຈກ້າ ແລະ ຈົ່ງຮັກ. ຈົ່ງຮັກພຣະເຈົ້າ, ຄອບຄົວຂອງທ່ານ, ເພື່ອນບ້ານ ແລະ ສັດຕູຂອງທ່ານ. ຢ່າລືມຕົວເອງ - ຈົ່ງຮັກຕົວເອງຕາມທີ່ທ່ານເປັນ ພ້ອມທັງຄວາມລົ້ມເຫລວ, ຄວາມຢ້ານ ແລະ ຄວາມບໍ່ສົມບູນທັງໝົດຂອງທ່ານ.
“ເຮົາໃຫ້ບັນຍັດໃໝ່ແກ່ພວກເຈົ້າທັງຫລາຍຄື: ຈົ່ງຮັກເຊິ່ງກັນແລະກັນ. ເຮົາຮັກພວກເຈົ້າຢ່າງໃດ ພວກເຈົ້າກໍ່ຈົ່ງຮັກເຊິ່ງກັນແລະກັນຢ່າງນັ້ນ.( ໂຢຮັນ 13:34 )
ແລະ ບ່ອນໃດມີຄວາມຮັກ ບ່ອນນັ້ນກໍບໍ່ມີຄວາມຢ້ານ ເພາະຄວາມຮັກຂັບໄລ່ຄວາມຢ້ານອອກໄປ.
ໃນຄວາມຮັກບໍ່ມີຄວາມຢ້ານ. ແຕ່ຄວາມຮັກທີ່ສົມບູນກໍຂັບໄລ່ຄວາມຢ້ານອອກໄປ ເພາະວ່າຄວາມຢ້ານນັ້ນກ່ຽວຂ້ອງກັບການລົງໂທດ. ຜູ້ທີ່ຢ້ານກໍຍັງບໍ່ມີຄວາມຮັກທີ່ສົມບູນ.( 1 ໂຢຮັນ 4:18 )
ເຮົາທຸກຄົນເປັນມະນຸດ ມີທັງຄວາມອ່ອນແອ ແລະ ຄວາມຢ້ານ. ຖ້າບໍ່ມີແສງສະຫວ່າງແຫ່ງຄວາມຮັກ ເຮົາກໍຫລົງທາງໃນຊີວິດໄດ້ງ່າຍ.
ຄວາມສະຫວ່າງບໍ່ປະຄວາມມືດໄວ້ເລີຍ. ເມື່ອເຮົາຮັກສັດຕູຂອງເຮົາ ຄວາມສະຫວ່າງກໍໄປເຖິງພວກເຂົາ ແລະ ຂັບໄລ່ຄວາມມືດທັງໝົດອອກໄປຈາກພວກເຂົາ.
ຖ້າສັດຕູຂອງເຈົ້າຫິວເຂົ້າ, ຈົ່ງເອົາອາຫານໃຫ້ລາວກິນ; ຖ້າລາວຫິວນໍ້າ, ຈົ່ງເອົານ້ຳໃຫ້ລາວດື່ມ.( ສຸພາສິດ 25:21 )
ແມ່ນແຕ່ສັດຕູຂອງເຮົາກໍສາມາດຮັກໄດ້. ແຕ່ພວກເຂົາອາດຖືກປະໄວ້ໃນຄວາມມືດ ເພາະມີຄົນຂົ່ມເຫັງພວກເຂົາໃນໄວເດັກ, ເພາະພໍ່ແມ່ ຫລື ໝູ່ເພື່ອນທີ່ປະຖິ້ມພວກເຂົາ, ຫລື ເພາະຄວາມບໍ່ໝັ້ນຄົງບາງຢ່າງພາຍໃນທີ່ເຮັດໃຫ້ພວກເຂົາບໍ່ມີບ່ອນຢືນໃນໂລກນີ້ ແລະ ຊຸກຍູ້ພວກເຂົາໄປສູ່ຄວາມມືດ.
ຈົ່ງໃຊ້ຄວາມຮັກຂອງທ່ານຕໍ່ສັດຕູ ຈົ່ງເອົາດາບຂອງທ່ານເກັບເຂົ້າຝັກ.
ພຣະເຢຊູເຈົ້າຈຶ່ງບອກລາວວ່າ, “ຈົ່ງເອົາດາບຂອງເຈົ້າເກັບໃສ່ຝັກໄວ້ສາ ເພາະວ່າທຸກຄົນທີ່ໃຊ້ດາບກໍຈະຕາຍດ້ວຍດາບ.( ມັດທາຍ 26:52 )
ຈົ່ງໃຊ້ອາວຸດໃໝ່ທີ່ບໍ່ມີໃຜເອົາຊະນະໄດ້ຂອງທ່ານ - ຄືຄວາມຮັກ. ຈົ່ງກ້າວໄປ ແລະ ສ່ອງແສງໃນໂລກນີ້ ບ່ອນທີ່ຄວາມມືດອັນໜ້າຢ້ານບໍ່ມີບ່ອນລີ້ຊ່ອນ. ເພາະທ່ານບໍ່ໄດ້ຢູ່ຜູ້ດຽວ ບໍ່ເຄີຍຢູ່ຜູ້ດຽວເລີຍ.
ຈົ່ງມີຄວາມເຊື່ອ ແລະ ປະຄວາມສົງໄສໄວ້ທາງຫລັງ. ເພາະຖ້າພຣະເຈົ້າຢູ່ກັບທ່ານ ໃຜຈະຕໍ່ສູ້ທ່ານໄດ້?
ບໍ່ມີອາວຸດອັນໃດທີ່ຕໍ່ສູ້ເຈົ້າແລ້ວເອົາຊະນະເຈົ້າໄດ້, ແລະ ເຈົ້າຈະມີຄໍາຕອບແກ່ທຸກລີ້ນທີ່ກ່າວຟ້ອງເຈົ້າ. ນີ້ຄືມໍລະດົກຂອງບັນດາຜູ້ຮັບໃຊ້ຂອງພຣະເຈົ້າຢາເວ, ແລະ ເປັນການພິສູດຢືນຢັນຈາກເຮົາວ່າພວກເຂົາບໍ່ຜິດ”, ພຣະເຈົ້າຢາເວປະກາດດັ່ງນັ້ນ.( ເອຊາຢາ 54:17 )