enemies
ຄຳວ່າ “ຈົ່ງຮັກສັດຕູຂອງເຈົ້າ” ໝາຍຄວາມວ່າແນວໃດ?
ຄຳສັ່ງທີ່ຟັງແລ້ວເບິ່ງຄືເປັນໄປບໍ່ໄດ້
ເຮົາຮັກເພື່ອນບ້ານ ຄອບຄົວ ແລະ ໝູ່ເພື່ອນຂອງເຮົາໄດ້. ແຕ່ການຮັກສັດຕູໝາຍຄວາມວ່າແນວໃດ? ເຮົາຈຳເປັນຕ້ອງເຮັດແທ້ບໍ?
ແຕ່ເຮົາບອກພວກເຈົ້າວ່າ, ຈົ່ງຮັກສັດຕູຂອງພວກເຈົ້າ ແລະ ອະທິຖານເພື່ອບັນດາຜູ້ທີ່ຂົ່ມເຫັງພວກເຈົ້າ,( ມັດທາຍ 5:44 )
ໃນທາງທິດສະດີ ມັນບໍ່ໄດ້ຟັງງ່າຍ ແລະ ໃນທາງປະຕິບັດ ມັນອາດເບິ່ງຄືວ່າເປັນໄປບໍ່ໄດ້ເລີຍ. ແລ້ວມັນຈຳເປັນແທ້ບໍ? ໃຫ້ເຮົາເບິ່ງວ່າພຣະເຢຊູເອງຊົງອະທິບາຍເລື່ອງນີ້ແນວໃດ.