Jeremiah
ເປັນຫຍັງຄົນຊອບທຳຈຶ່ງທົນທຸກ ແລະ ຄົນຊົ່ວຈຶ່ງຈະເລີນຮຸ່ງເຮືອງ? ຄວາມຍຸຕິທຳຢູ່ໃສ?
ໃນໂລກນີ້ ເຮົາມັກເຫັນວ່າຜູ້ຄົນບໍ່ໄດ້ຮັບການປະຕິບັດຢ່າງຍຸຕິທຳ. ເຮົາເຫັນຄົນຊອບທຳທົນທຸກ ແລະ ຄົນຊົ່ວຈະເລີນຮຸ່ງເຮືອງ. ແຕ່ເປັນຫຍັງຈຶ່ງເປັນແບບນັ້ນ? ຕາມພຣະຄຳພີ ພຣະເຈົ້າປະທານຄວາມຍຸຕິທຳໃຫ້ແກ່ຜູ້ທີ່ຖືກປະຕິບັດຢ່າງບໍ່ຍຸຕິທຳ.
ພຣະເຈົ້າຢາເວໄດ້ໃຫ້ຄວາມເປັນທຳ ແລະ ຄວາມຍຸຕິທຳແກ່ທຸກຄົນທີ່ຖືກກົດຂີ່.( ເພງສັນລະເສີນ 103:6 )
ແຕ່ຖ້າພຣະເຈົ້າປະທານຄວາມຍຸຕິທຳ ເປັນຫຍັງເຮົາຈຶ່ງເຫັນຄວາມບໍ່ຍຸຕິທຳຫລາຍຢ່າງຢູ່ອ້ອມຂ້າງເຮົາ?