Messiah
ພຣະເຢຊູແມ່ນພຣະເມຊີອາບໍ?
ຜູ້ທີ່ເຮົາລໍຄອຍ
ເຮົາມັກໄດ້ຍິນວ່າພຣະເຢຊູໄດ້ຊ່ວຍເຮົາໃຫ້ລອດໂດຍການສິ້ນພຣະຊົນເທິງໄມ້ກາງແຂນເພື່ອເຮົາ ແລະ ຜູ້ໃດທີ່ເຊື່ອໃນພຣະອົງກໍມີຊີວິດນິລັນດອນ.
ການຊ່ວຍຊີວິດຄົນແມ່ນບົດບາດຂອງພຣະເມຊີອາ ຜູ້ທີ່ອິດສະຣາເອນລໍຄອຍມາດົນນານ.
ແຕ່ພຣະເຢຊູເປັນພຣະເມຊີອາອົງນັ້ນແທ້ບໍ? ຫລື ເຮົາຕ້ອງລໍຄອຍຜູ້ອື່ນຕໍ່ໄປ?
ສິ່ງສ່ວນໃຫຍ່ທີ່ເຮົາຮູ້ກ່ຽວກັບຜູ້ທີ່ຖືກເລືອກມານັ້ນມາຈາກຜູ້ທຳນວາຍຄົນດຽວຄືເອຊາຢາ ຜູ້ມີຊີວິດຢູ່ປະມານ 700 ປີກ່ອນພຣະເຢຊູປະສູດ. ໃຫ້ເຮົາເປີດໜັງສືຂອງລາວນຳກັນເພື່ອເບິ່ງວ່າລາວຄາດຫວັງຫຍັງ ແລ້ວໃຫ້ພະຍານຜູ້ເຫັນພຣະເຢຊູກັບຕາເວົ້າເອງ.