ຂ້າມໄປຫາເນື້ອໃນຕົ້ນຕໍ

faith

ຄວາມເຊື່ອສາມາດເຮັດຫຍັງໄດ້ແທ້? ຖ້າຄຳອະທິຖານຂອງເຮົາບໍ່ໄດ້ຮັບຄຳຕອບ ຈະເປັນແນວໃດ?

ຄວາມເຊື່ອທີ່ສ່ອງແສງ

ຄວາມເຊື່ອເປັນຄຳໜຶ່ງທີ່ຖືກໃຊ້ຫລາຍທີ່ສຸດໃນພຣະຄຳພີ ແລະ ເປັນແນວຄິດທີ່ງົດງາມທີ່ສຸດຢ່າງໜຶ່ງ. ແຕ່ເຮົາກໍມັກຖືມັນໄວ້ກັບຕົວ. ພວກເຮົາຫລາຍຄົນ ເຖິງແມ່ນຈະຮັກພຣະເຈົ້າຢ່າງຈິງໃຈ ກໍຍັງຢາກຢູ່ໃນດ້ານປອດໄພ. ເຮົາອະທິຖານ ແຕ່ເງຽບໆ ແລະ ຄາດຫວັງໜ້ອຍ: ກ່ຽວກັບການປິ່ນປົວ ກ່ຽວກັບວຽກງານ ກ່ຽວກັບສິ່ງທີ່ສຳຄັນທີ່ສຸດສຳລັບເຮົາ. ເຮົາຢ້ານວ່າຈະຜິດຫວັງ.