promise
ຄວາມສຳຄັນຂອງຄຳສັນຍາ
ສິ່ງທີ່ເຮົາມອງບໍ່ເຫັນກໍຍັງເປັນຈິງ
ເຮົາດຳລົງຊີວິດຢູ່ໃນໂລກທີ່ເບິ່ງເຫັນ ແລະ ເປັນຈິງເປັນຈັງ ຈຶ່ງງ່າຍທີ່ຈະເບິ່ງຂ້າມສິ່ງທີ່ເຮົາມອງບໍ່ເຫັນ. ຄວາມຊອບທຳທີ່ເຮັດໃຫ້ເຮົາຕ້ອງເສຍສະຫລະ ບໍ່ວ່າຈະເປັນເງິນ ຄວາມສະດວກສະບາຍ ຫລື ສຸຂະພາບ ອາດເບິ່ງຄືກັບການສູນເສຍ. ມິດຕະພາບອາດເບິ່ງຄືບໍ່ສຳຄັນເມື່ອມັນບໍ່ມີປະໂຫຍດອີກແລ້ວ. ແລະ ຄຳສັນຍາກໍອາດເລີ່ມຮູ້ສຶກວ່າຈະຮັກສາຫລືບໍ່ກໍໄດ້ ເມື່ອການຮັກສາມັນບໍ່ເປັນປະໂຫຍດຕໍ່ເຮົາອີກ.