ຂ້າມໄປຫາເນື້ອໃນຕົ້ນຕໍ

“ຈົ່ງຮັກສັດຕູຂອງເຈົ້າ” ໝາຍຄວາມວ່າແນວໃດ?

War and child crying

ເຮົາສາມາດຮັກເພື່ອນບ້ານ ຄອບຄົວ ແລະ ໝູ່ເພື່ອນຂອງເຮົາໄດ້. ແຕ່ການຮັກສັດຕູຂອງເຮົາໝາຍຄວາມວ່າແນວໃດ? ເຮົາຈຳເປັນຕ້ອງເຮັດແທ້ບໍ?

ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ຈົ່ງ​ຮັກ​ສັດຕູ​ຂອງ​ພວກເຈົ້າ ແລະ ອະທິຖານ​ເພື່ອ​ບັນດາ​ຜູ້​ທີ່​ຂົ່ມເຫັງ​ພວກເຈົ້າ,
( ມັດທາຍ 5:44 )

ພຽງແຕ່ໃນທາງທິດສະດີ ມັນກໍຟັງບໍ່ງ່າຍແລ້ວ ແລະ ໃນທາງປະຕິບັດກໍເບິ່ງຄືວ່າເປັນໄປບໍ່ໄດ້ເລີຍ. ແລ້ວມັນຈຳເປັນແທ້ບໍ?…

ໃຫ້ເຮົາເບິ່ງວ່າພຣະເຢຊູອະທິບາຍເລື່ອງນີ້ແນວໃດ.

ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ຈົ່ງ​ຮັກ​ສັດຕູ​ຂອງ​ພວກເຈົ້າ ແລະ ອະທິຖານ​ເພື່ອ​ບັນດາ​ຜູ້​ທີ່​ຂົ່ມເຫັງ​ພວກເຈົ້າ, ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ເປັນ​ລູກ​ຂອງ​ພຣະບິດາເຈົ້າ​ໃນ​ສະຫວັນ. ພຣະອົງ​ໃຫ້​ດວງຕາເວັນ​ຂອງ​ພຣະອົງ​ຂຶ້ນ​ແກ່​ທັງ​ຄົນ​ຊົ່ວ ແລະ ຄົນ​ດີ, ໃຫ້​ຝົນ​ຕົກ​ໃສ່​ທັງ​ຄົນຊອບທຳ ແລະ ຄົນອະທຳ. ຖ້າ​ພວກເຈົ້າ​ຮັກ​ແຕ່​ຜູ້​ທີ່​ຮັກ​ພວກເຈົ້າ​ເທົ່ານັ້ນ ພວກເຈົ້າ​ຈະ​ໄດ້​ບຳເໜັດ​ຫຍັງ? ແມ່ນແຕ່​ບັນດາ​ຄົນເກັບພາສີ​ກໍ​ຍັງ​ເຮັດ​ຢ່າງ​ນັ້ນ​ບໍ່​ແມ່ນ​ບໍ? ແລະ ຖ້າ​ພວກເຈົ້າ​ຕ້ອນຮັບ​ສະເພາະ​ແຕ່​ພວກ​ພີ່ນ້ອງ​ຂອງ​ຕົນ​ເທົ່ານັ້ນ ພວກເຈົ້າ​ເຮັດ​ຫຍັງ​ດີ​ຫລາຍ​ກວ່າ​ຄົນ​ອື່ນ​ແດ່? ແມ່ນ​ແຕ່​ຄົນທີ່ບໍ່ເຊື່ອ​ພຣະເຈົ້າ​ກໍ​ເຮັດ​ຢ່າງ​ນັ້ນ​ບໍ່​ແມ່ນ​ບໍ? ເຫດສະນັ້ນ, ພວກເຈົ້າ​ທັງຫລາຍ​ຈົ່ງ​ເປັນ​ຄົນ​ດີ​ທີ່ສຸດ ເໝືອນດັ່ງ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ໃນ​ສະຫວັນ​ເປັນ​ຜູ້​ດີ​ທີ່ສຸດ.
( ມັດທາຍ 5:44-48 )

ແທ້ຈິງແລ້ວ ຖ້າເຮົາຫລຽວເບິ່ງອ້ອມຕົວ ເຮົາຈະເຫັນວ່າທຸກຄົນໄດ້ຮັບແສງແດດ ແລະ ຝົນ ແລະ ອາກາດບໍລິສຸດໄວ້ຫາຍໃຈ. ເຮົາ ແລະ ສັດຕູຂອງເຮົາຖືກວາງໄວ້ໃນໂລກອັນມະຫັດສະຈັນນີ້ ທີ່ມີທິວທັດອັນງົດງາມຈົນໜ້າທຶ່ງ ແລະ ສັດທີ່ສະຫງ່າງາມ…

ຖ້າເຮົາເບິ່ງໃຫ້ເລິກກວ່ານັ້ນ ເຮົາຈະເຫັນວ່າສັດຕູຂອງເຮົາກໍມີແມ່ ແລະ ພໍ່ຄືກັບເຮົາ ບໍ່ວ່າເຂົາຈະຮູ້ຈັກພໍ່ແມ່ຂອງຕົນຫລືບໍ່ກໍຕາມ. ແລະ ບາງທີ ພໍ່ແມ່ຂອງເຂົາກໍຮັກເຂົາຫລາຍເທົ່າກັບທີ່ພໍ່ແມ່ຂອງເຮົາຮັກເຮົາ.

ນີ້ແມ່ນຂໍ້ຄວາມທີ່ຍົກມາຈາກປຶ້ມເຊີລັອກ ໂຮມສ໌ ຂອງອາເທີ ໂຄນັນ ດອຍລ໌ ເຊິ່ງເອື້ອຍຄົນໜຶ່ງໄດ້ໄວ້ທຸກໃຫ້ນ້ອງຊາຍທີ່ຖືກຂ້າ ຜູ້ທີ່ບັງເອີນເປັນໜຶ່ງໃນອາຊະຍາກອນທີ່ອັນຕະລາຍທີ່ສຸດໃນປະເທດ...

“ສຳລັບຄົນທັງໂລກ ລາວເປັນຄົນໂຫດຮ້າຍ ເຄິ່ງສັດເຄິ່ງຜີຮ້າຍ; ແຕ່ສຳລັບນາງ ລາວຍັງຄົງເປັນເດັກຊາຍນ້ອຍທີ່ດື້ດ້ານໃນສະໄໝເປັນສາວນ້ອຍຂອງນາງສະເໝີ ເປັນເດັກນ້ອຍທີ່ເຄີຍຈັບມືຂອງນາງໄວ້ແໜ້ນ.”

ສັດຕູຂອງເຮົາອາດເປັນຄົນທີ່ເຮົາຮັກແທ້ໆໄດ້ບໍ?

ລອງນຶກພາບເບິ່ງວ່າ ພຣະບິດາໃນສະຫວັນຂອງເຮົາໄດ້ລະບາຍລົມຫາຍໃຈແຫ່ງຊີວິດໃໝ່ເຂົ້າໃນຄົນທີ່ເຮົາເອີ້ນວ່າສັດຕູໃນເວລານີ້ ໄດ້ດູແລລາວເມື່ອລາວຢູ່ໃນທ້ອງແມ່ ແລ້ວໃຫ້ລາວເກີດມາ ຈັດຫາເຄື່ອງນຸ່ງຫົ່ມ ອາຫານໃຫ້ກິນ ແລະ ນ້ຳໃຫ້ດື່ມຕະຫລອດຫລາຍປີມານີ້… ແລະ ບັດນີ້ ພຣະອົງກຳລັງລໍຖ້າທີ່ຈະໄດ້ລູກທີ່ເສຍໄປຂອງພຣະອົງຄືນມາ ໃຫ້ລາວຍິ້ມອີກ ແລະ ຮ້ອງເອີ້ນພຣະບິດາໃນສະຫວັນຂອງຕົນອີກວ່າ: “ພໍ່!...”. ພຣະເຈົ້າຮັກລາວຫລາຍເທົ່າກັບທີ່ພຣະອົງຮັກເຮົາ.

ໃຫ້ເຮົາລະນຶກເຖິງວິທີທີ່ດາວິດໄດ້ໄວ້ຊີວິດຂອງຊາອູນ ສັດຕູຂອງຕົນ ຜູ້ທີ່ຕາມໄລ່ ແລະ ພະຍາຍາມຂ້າດາວິດຢູ່ສະເໝີ.

ໂຊນ​ໄດ້​ຂຶ້ນ​ມາ​ຮອດ​ຄອກ​ແກະ​ຢູ່​ແຄມ​ທາງ; ຢູ່​ທີ່​ນັ້ນ​ມີ​ຖ້ຳ​ແຫ່ງ​ໜຶ່ງ ແລະ ໂຊນ​ກໍ​ໄດ້​ເຂົ້າ​ໄປ​ໃນ​ຖ້ຳ​ນັ້ນ​ເພື່ອ​ໄປ​ຖ່າຍ. ດາວິດ​ກັບ​ພັກພວກ​ຂອງ​ຕົນ​ກໍ​ຢູ່​ໃນ​ຖ້ຳ​ນັ້ນ​ທີ່​ເລິກ​ເຂົ້າ​ໄປ​ອີກ. ຄົນ​ຂອງ​ດາວິດ​ໄດ້​ເວົ້າ​ວ່າ, “ມື້​ນີ້​ແມ່ນ​ມື້​ທີ່​ພຣະເຈົ້າ​ຢາເວ​ເວົ້າ ​ກັບ​ທ່ານ​ໄວ້​ວ່າ, ‘ເຮົາ​ຈະ​ມອບ​ສັດຕູ​ໄວ້​ໃນ​ມື​ຂອງ​ເຈົ້າ ຈົ່ງ​ເຮັດ​ກັບ​ລາວ​ຕາມ​ໃຈ​ເຈົ້າ’ ”. ແລ້ວ​ດາວິດ​ກໍ​ຄານ​ເຂົ້າ​ໄປ ແລະ ຕັດ​ສົ້ນ​ເສື້ອຄຸມ​ຂອງ​ໂຊນ​ໂດຍ​ທີ່​ໂຊນ​ບໍ່​ຮູ້​ໂຕ. ຕໍ່​ມາ, ດາວິດ​ຮູ້ສຶກ​ຜິດ​ທີ່​ໄດ້​ຕັດ​ສົ້ນ​ເສື້ອຄຸມ​ຂອງ​ໂຊນ. ດາວິດ​ໄດ້​ເວົ້າ​ກັບ​ພັກພວກ​ຂອງ​ຕົນ​ວ່າ, “ພຣະເຈົ້າ​ຢາເວ​ໄດ້​ຫ້າມ​ຂ້ອຍ​ບໍ່​ໃຫ້​ເຮັດ​ເຊັ່ນ​ນັ້ນ​ຕໍ່​ນາຍ​ຂອງ​ຂ້ອຍ, ຜູ້​ທີ່​ພຣະເຈົ້າ​ຢາເວ​ໄດ້​ແຕ່ງຕັ້ງ​ໄວ້, ຫລື ບໍ່​ໃຫ້​ລົງ​ມື​ທຳຮ້າຍ​ກະສັດ; ເພາະ​ເພິ່ນ​ເປັນ​ຜູ້​ທີ່​ພຣະເຈົ້າ​ຢາເວ​ໄດ້​ແຕ່ງຕັ້ງ​ໄວ້”.
( 1 ຊາມູເອນ 24:3-6 )

ນີ້ແມ່ນຖ້ອຍຄຳທີ່ດາວິດໄດ້ກ່າວກັບຊາອູນກ່ຽວກັບເລື່ອງນັ້ນ:

ຂໍ​ໃຫ້​ພຣະເຈົ້າ​ຢາເວ​ຕັດສິນ​ຄວາມ​ລະຫວ່າງ​ທ່ານ​ກັບ​ຂ້ານ້ອຍ ແລະ ຂໍ​ໃຫ້​ພຣະເຈົ້າ​ຢາເວ​ໄດ້​ຕອບແທນ​ສິ່ງ​ທີ່​ທ່ານ​ໄດ້​ເຮັດ​ຜິດ​ຕໍ່​ຂ້ານ້ອຍ, ແຕ່​ມື​ຂອງ​ຂ້ານ້ອຍ​ເອງ​ຈະ​ບໍ່​ແຕະຕ້ອງ​ທ່ານ. ຄຳ​ບູຮານ​ກ່າວ​ໄວ້​ວ່າ, ‘ການ​ກະທຳ​ຊົ່ວ​ມາ​ຈາກ​ຄົນ​ຊົ່ວ,’ ດັ່ງນັ້ນ ຂ້ານ້ອຍ​ຈະ​ບໍ່​ແຕະຕ້ອງທ່ານ​ເລີຍ.
( 1 ຊາມູເອນ 24:12-13 )

ຕົວຢ່າງອີກອັນໜຶ່ງຂອງການຮັກສັດຕູກໍຄືພຣະເຢຊູເອງ. ໃຫ້ເຮົາເບິ່ງວ່າພຣະເຢຊູໄດ້ກ່າວຫຍັງກ່ຽວກັບຄົນທີ່ທາລຸນ ແລະ ຄຶງພຣະອົງ.

ພຣະເຢຊູເຈົ້າ​ກ່າວ​ວ່າ, “ພຣະບິດາເຈົ້າ​ເອີຍ, ຂໍ​ຍົກໂທດ​ໃຫ້​ພວກເຂົາ ເພາະ​ພວກເຂົາ​ບໍ່​ຮູ້ຈັກ​ວ່າ​ພວກເຂົາ​ກຳລັງ​ເຮັດ​ຫຍັງ”. ແລ້ວ​ພວກເຂົາ​ໄດ້​ເອົາ​ເຄື່ອງນຸ່ງ​ຂອງ​ພຣະອົງ​ມາ​ຈັບສະຫລາກ​ແບ່ງປັນ​ກັນ.
( ລູກາ 23:34 )

ແລະ ນີ້ແມ່ນຖ້ອຍຄຳຂອງສະເຕຟາໂນ ເມື່ອລາວກຳລັງຈະຕາຍຫລັງຈາກຖືກແກວ່ງກ້ອນຫີນໃສ່.

ເມື່ອ​ສະມາຊິກ​ສະພາ​ແຊນເຮດຣິນ​ໄດ້​ຍິນ​ດັ່ງນີ້, ພວກເຂົາ​ກໍ​ໃຈຮ້າຍ​ແຮງ ແລະ ກັດ​ແຂ້ວ​ໃສ່​ຊະເຕຟາໂນ. ແຕ່​ຊະເຕຟາໂນ, ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ, ໄດ້​ເງີຍໜ້າ​ຂຶ້ນ​ສູ່​ສະຫວັນ ແລະ ເຫັນ​ສະຫງ່າລາສີ​ຂອງ​ພຣະເຈົ້າ ແລະ ເຫັນ​ພຣະເຢຊູເຈົ້າ​ຢືນ​ຢູ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ. ເພິ່ນ​ກ່າວ​ວ່າ, “ເບິ່ງ​ແມ, ຂ້າພະເຈົ້າ​ເຫັນ​ສະຫວັນ​ເປີດ​ອອກ ແລະ ບຸດມະນຸດ​ຢືນ​ຢູ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ”. ໃນ​ຂະນະ​ນັ້ນ ພວກເຂົາ​ໄດ້​ເອົາ​ມື​ອັດ​ຫູ​ຕົນ​ໄວ້ ແລະ ຮ້ອງ​ຈົນ​ສຸດ​ສຽງ​ຂອງ​ພວກເຂົາ, ພວກເຂົາ​ພາກັນ​ຫລູບ​ເຂົ້າ​ໃສ່​ຊະເຕຟາໂນ, ແລ້ວ​ລາກ​ເພິ່ນ​ອອກ​ໄປ​ຈາກ​ເມືອງ ແລະ ເລີ່ມ​ແກວ່ງ​ກ້ອນຫີນ​ໃສ່​ເພິ່ນ. ໃນຂະນະ​ດຽວ​ກັນ​ນັ້ນ, ຄົນ​ທັງຫລາຍ​ທີ່​ເປັນ​ພະຍານ​ໄດ້​ພາກັນ​ວາງ​ເສື້ອຄຸມ​ຂອງ​ພວກເຂົາ​ໄວ້​ທີ່​ຕີນ​ຂອງ​ຊາຍໜຸ່ມ​ຄົນ​ໜຶ່ງ​ທີ່​ຊື່​ວ່າ​ໂຊໂລ. ຂະນະ​ທີ່​ພວກເຂົາ​ກຳລັງ​ແກວ່ງ​ກ້ອນຫີນ​ໃສ່​ເພິ່ນ​ຢູ່​ນັ້ນ, ຊະເຕຟາໂນ​ໄດ້​ອະທິຖານ​ວ່າ, “ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ, ຂໍ​ຮັບ​ເອົາ​ຈິດວິນຍານ​ຂອງ​ຂ້ານ້ອຍ​ໄວ້​ດ້ວຍ”. ແລ້ວ​ເພິ່ນ​ກໍ​ຄຸເຂົ່າ​ລົງ ແລະ ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ດັງ​ວ່າ, “ອົງພຣະຜູ້ເປັນເຈົ້າ, ຂໍ​ຢ່າ​ຖື​ໂທດ​ພວກເຂົາ​ເພາະ​ບາບ​ນີ້​ເລີຍ”. ແລ້ວ​ເພິ່ນ​ກໍ​ຂາດ​ໃຈ​ຕາຍ.
( ກິດຈະການ 7:54-60 )

ເມື່ອອ່ານເລື່ອງແບບນີ້ ເຮົາຄົງບໍ່ເອົາຕົວເອງໄປທຽບກັບພວກຜູ້ນຳຊາວຢິວ. ແຕ່ຈະເປັນແນວໃດ ຖ້າແທ້ຈິງແລ້ວແມ່ນເຮົາເອງທີ່ກຳລັງຂ້າຜູ້ສົ່ງຂ່າວຂອງພຣະເຈົ້າທີ່ບໍ່ມີຄວາມຜິດ ຜູ້ທີ່ເປີດໂປງ ແລະ ກ່າວໂທດເຮົາ?… ເຮົາບໍ່ແມ່ນຄົນທີ່ບໍ່ມີບາບ ແລະ ສຽງທີ່ດັງຂຶ້ນຕໍ່ຕ້ານເຮົາກໍບໍ່ໄດ້ເກີດຂຶ້ນໂດຍບໍ່ມີເຫດຜົນ.

ເມື່ອອ່ານວ່າພວກຜູ້ນຳຊາວຢິວແກວ່ງກ້ອນຫີນໃສ່ສະເຕຟາໂນ ທ່ານຮູ້ສຶກແນວໃດຕໍ່ພວກເຂົາ? ທ່ານຮູ້ສຶກໂກດ ຫລື ຄຽດແຄ້ນບໍ?… ແລ້ວການຮູ້ສຶກເມດຕາຕໍ່ພວກເຂົາເດ? ເພາະພວກເຂົາພະຍາຍາມທີ່ຈະເປັນຄົນຖືກຕ້ອງ ແລະ ຍຶດຖືບັນຍັດ ແລະ ກຽດຊັງການຖືກເປີດໂປງໃນສິ່ງທີ່ພວກເຂົາເຮັດບໍ່ຖືກ. ໃນຫລາຍດ້ານ ເຮົາກໍຄືພວກເຂົາ ແລະ ພວກເຂົາກໍຄືເຮົາ. ໃຫ້ເຮົາຮັກພວກເຂົາ ເຖິງວ່າພວກເຂົາຈະເຮັດຜິດກໍຕາມ. ແລະ ພະຍາຍາມຮັກສັດຕູຂອງເຮົາ ຄືກັບທີ່ພຣະເຈົ້າຮັກພວກເຂົາ.

ຄວາມ​ຮັກ​ຄື​ຄວາມອົດທົນ, ຄວາມ​ຮັກ​ຄື​ຄວາມເມດຕາ, ຄວາມ​ຮັກ​ບໍ່​ອິດສາ, ບໍ່​ໂອ້ອວດ, ບໍ່​ຈອງຫອງ, ບໍ່​ດູຖູກ​ຄົນອື່ນ, ບໍ່​ເຫັນແກ່ຕົວ, ບໍ່​ໃຈຮ້າຍ​ງ່າຍ, ບໍ່​ຈົດຈຳ​ຄວາມຜິດ. ຄວາມ​ຮັກ​ບໍ່​ຍິນດີ​ໃນ​ຄວາມ​ຊົ່ວ ແຕ່​ຍິນດີ​ກັບ​ຄວາມຈິງ. ຄວາມ​ຮັກ​ປົກປ້ອງຄຸ້ມຄອງ​ສະເໝີ, ວາງໃຈ​ສະເໝີ, ມີ​ຄວາມຫວັງ​ສະເໝີ ແລະ ອົດທົນ​ສະເໝີ.
( 1 ໂກຣິນໂທ 13:4-7 )