ຂ້າມໄປຫາເນື້ອໃນຕົ້ນຕໍ

ຂ້ອຍຮູ້ສຶກຫລົງທາງ, ແຕກສະຫລາຍ...

Person walking

“ຂ້ອຍຮູ້ສຶກຫລົງທາງ, ໝົດຫວັງ, ແຕກສະຫລາຍ ແລະ ໂດດດ່ຽວ. ຂ້ອຍຕ້ອງຕໍ່ສູ້ກັບຊີວິດທີ່ບໍ່ມີຄ່ານີ້ພຽງລຳພັງ ແລະ ບໍ່ມີໃຜສົນໃຈຂ້ອຍເລີຍ.” – ນີ້ຄືຄວາມຮູ້ສຶກຂອງເຮົາໃນບາງຄັ້ງ.

ຈົ່ງ​ມອບ​ພາລະ​ຂອງ​ເຈົ້າ​ໄວ້​ກັບ​ພຣະເຈົ້າ​ຢາເວ ແລະ ພຣະອົງ​ຈະ​ຄ້ຳຊູ​ເຈົ້າ​ໄວ້; ພຣະອົງ​ຈະ​ບໍ່​ປ່ອຍ ໃຫ້​ຄົນ​ຊອບທຳ​ລົ້ມ​ລົງ.
( ເພງສັນລະເສີນ 55:22 )
ພຣະເຈົ້າ​ຢາເວ​ນັ້ນ​ຢູ່​ໃກ້​ຜູ້​ທີ່​ຫົວໃຈ​ແຕກ​ສະຫລາຍ ແລະ ຊ່ວຍ​ບັນດາ​ຜູ້​ທີ່​ທໍ້ຖອຍ​ໝົດ​ຫວັງ.
( ເພງສັນລະເສີນ 34:18 )

ກ່ອນອື່ນ, ທ່ານບໍ່ໄດ້ຢູ່ຄົນດຽວ. ພຣະເຈົ້າຂອງເຮົາ ຜູ້ໄດ້ສ້າງແຜ່ນດິນໂລກ ແລະ ຟ້າສະຫວັນ ຊົງສະຖິດຢູ່ໃກ້ທ່ານໃນຕອນນີ້. ແລະ ພຣະອົງໄດ້ນຳທ່ານມາເຖິງໜ້າເວັບນີ້. ໃນໂລກນີ້ບໍ່ມີອຸບັດເຫດ ແລະ ບໍ່ມີສິ່ງໃດເກີດຂຶ້ນໂດຍປາສະຈາກການເອົາໃຈໃສ່ຂອງພຣະເຈົ້າ.

ນົກຈອກ​ສອງ​ໂຕ​ຂາຍ​ລາຄາ​ອັດ​ໜຶ່ງ ​ບໍ່​ແມ່ນ​ບໍ? ເຖິງປານນັ້ນ​ກໍ​ບໍ່​ມີ​ຈັກໂຕ​ຈະ​ຕົກ​ລົງ​ພື້ນດິນ ຖ້າ​ພຣະບິດາ​ຂອງ​ພວກເຈົ້າ​ບໍ່​ເຫັນ​ພ້ອມ.
( ມັດທາຍ 10:29 )

ຈົ່ງເປີດໃຈຂອງທ່ານຕໍ່ໜ້າອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງທ່ານ ແລະ ຢ່າຊູ່ຢ້ານ.

“ບັນດາ​ຜູ້​ທີ່​ອິດເມື່ອຍ ແລະ ແບກ​ພາລະ​ໜັກ​ຈົ່ງ​ມາ​ຫາ​ເຮົາ ແລະ ເຮົາ​ຈະ​ໃຫ້​ພວກເຈົ້າ​ໄດ້​ຮັບ​ຄວາມເຊົາເມື່ອຍ. ຈົ່ງ​ເອົາ​ແອກ​ຂອງ​ເຮົາ​ແບກ​ໄວ້ ແລະ ຮຽນ​ຮູ້​ຈາກ​ເຮົາ ເພາະວ່າ​ເຮົາ​ເປັນ​ຜູ້​ໃຈ​ອ່ອນສຸພາບ ແລະ ຖ່ອມລົງ, ແລ້ວ​ຈິດໃຈ​ຂອງ​ພວກເຈົ້າ​ຈະ​ໄດ້​ພົບ​ຄວາມເຊົາເມື່ອຍ. ເພາະ​ແອກ​ຂອງ​ເຮົາ​ນັ້ນ​ກໍ​ພໍເໝາະ ແລະ ພາລະ​ຂອງ​ເຮົາ​ກໍ​ເບົາ”.
( ມັດທາຍ 11:28-30 )
ດັ່ງນັ້ນ ຢ່າຢ້ານ​ເລີຍ, ເພາະ​ເຮົາ​ຢູ່​ກັບ​ເຈົ້າ; ຢ່າ​ຕົກໃຈ, ເພາະ​ເຮົາ​ເປັນ​ພຣະເຈົ້າ​ຂອງ​ເຈົ້າ. ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເຂັ້ມແຂງ​ຂຶ້ນ ແລະ ເຮົາ​ຈະ​ຊ່ວຍ​ເຈົ້າ; ເຮົາ​ຈະ​ຊູ​ເຈົ້າ​ໄວ້​ດ້ວຍ​ມື​ຂວາ​ອັນ​ຊອບທຳ​ຂອງ​ເຮົາ.
( ເອຊາຢາ 41:10 )

ຄວາມເຈັບປວດທີ່ທ່ານຮູ້ສຶກ ແລະ ຄວາມທຸກຍາກທີ່ທ່ານມີ ບໍ່ແມ່ນຄວາມທຸກຂອງທ່ານອີກຕໍ່ໄປ. ບັດນີ້ ມັນເປັນເລື່ອງຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງທ່ານ.

ຈົ່ງ​ມອບ​ພາລະ​ຂອງ​ເຈົ້າ​ໄວ້​ກັບ​ພຣະເຈົ້າ​ຢາເວ ແລະ ພຣະອົງ​ຈະ​ຄ້ຳຊູ​ເຈົ້າ​ໄວ້; ພຣະອົງ​ຈະ​ບໍ່​ປ່ອຍ ໃຫ້​ຄົນ​ຊອບທຳ​ລົ້ມ​ລົງ.
( ເພງສັນລະເສີນ 55:22 )
ຈົ່ງ​ປະ​ຄວາມກະວົນກະວາຍ​ຂອງ​ພວກເຈົ້າ​ໄວ້​ກັບ​ພຣະອົງ ເພາະວ່າ​ພຣະອົງ​ຫ່ວງໃຍ​ພວກເຈົ້າ​ຢູ່.
( 1 ເປໂຕ 5:7 )

ບັດນີ້ ຈົ່ງເອົາໃຈຂອງທ່ານ ຄືໃຈທີ່ໄດ້ນຳທ່ານມາເຖິງບ່ອນນີ້ ແລະ ມອບໃຫ້ແກ່ອົງພຣະຜູ້ເປັນເຈົ້າ.

ເຮົາ​ຈະ​ໃຫ້​ຫົວໃຈ​ໃໝ່​ແກ່​ເຈົ້າ ແລະ ໃສ່​ວິນຍານ​ໃໝ່​ໃນ​ເຈົ້າ; ເຮົາ​ຈະ​ກຳຈັດ​ຫົວໃຈ​ຫີນ​ອອກ​ຈາກ​ເຈົ້າ ແລະ ໃຫ້​ເຈົ້າ​ຫົວໃຈ​ຊີ້ນ​ແກ່​ເຈົ້າ. ແລະ ເຮົາ​ຈະ​ໃສ່​ວິນຍານ​ຂອງ​ເຮົາ​ໄວ້​ໃນ​ເຈົ້າ ແລະ ໂນ້ມ​ນຳ​ເຈົ້າ​ໃຫ້​ປະຕິບັດ​ຕາມ​ດຳລັດ​ຂອງ​ເຮົາ ແລະ ເອົາໃຈໃສ່​ຮັກສາ​ກົດບັນຍັດ​ຂອງ​ເຮົາ.
( ເອເຊກຽນ 36:26-27 )

ວິນຍານທີ່ທ່ານໄດ້ຮັບ ບໍ່ແມ່ນວິນຍານຂອງຕົວທ່ານຄົນເກົ່າ ແລະ ບໍ່ແມ່ນວິນຍານແຫ່ງຄວາມຢ້ານກົວ.

ເພາະ​ພຣະວິນຍານ​ທີ່​ພຣະເຈົ້າ​ໄດ້​ໃຫ້​ພວກເຮົາ​ນັ້ນ​ບໍ່​ໄດ້​ເຮັດ​ໃຫ້​ພວກເຮົາ​ມີ​ໃຈ​ອັນ​ຢ້ານກົວ ແຕ່​ມອບ​ລິດອຳນາດ, ຄວາມ​ຮັກ ແລະ ການຮູ້ຈັກບັງຄັບຕົນ​ໃຫ້​ແກ່​ພວກເຮົາ.
( 2 ຕີໂມທຽວ 1:7 )

ຈົ່ງສຳຜັດວິນຍານທີ່ຢູ່ພາຍໃນທ່ານ ຄືຕົວທ່ານຄົນໃໝ່.

ຂໍ​ໃຫ້​ພຣະເຈົ້າ​ແຫ່ງ​ຄວາມຫວັງ​ເຮັດ​ໃຫ້​ພວກເຈົ້າ​ບໍລິບູນ​ດ້ວຍ​ຄວາມຊື່ນຊົມຍິນດີ ແລະ ສັນຕິສຸກ​ທັງປວງ​ເໝືອນ​ທີ່​ພວກເຈົ້າ​ວາງໃຈ​ໃນ​ພຣະອົງ ເພື່ອວ່າ​ພວກເຈົ້າ​ຈະ​ເຕັມລົ້ນ​ດ້ວຍ​ຄວາມຫວັງ​ໂດຍ​ລິດອຳນາດ​ຂອງ​ພຣະວິນຍານບໍລິສຸດເຈົ້າ.
( ໂຣມ 15:13 )

ວິນຍານນີ້ບໍ່ແມ່ນສິ່ງຊົ່ວຄາວ ແລະ ບໍ່ແມ່ນສິ່ງທີ່ມີໄວ້ສຳລັບແຕ່ມື້ນີ້ເທົ່ານັ້ນ...

ບໍ່​ວ່າ​ຄວາມສູງ ຫລື ຄວາມເລິກ ຫລື ສິ່ງ​ອື່ນ​ໃດ​ໃນ​ສັບພະສິ່ງ​ທີ່​ພຣະເຈົ້າ​ສ້າງ​ທັງໝົດ ກໍ​ບໍ່​ສາມາດ​ແຍກ​ພວກເຮົາ​ອອກ​ຈາກ​ຄວາມ​ຮັກ​ຂອງ​ພຣະເຈົ້າ​ທີ່​ມີ​ຢູ່​ໃນ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ໄດ້.
( ໂຣມ 8:39 )

ບັດນີ້ ຈົ່ງປະຖິ້ມຊີວິດເກົ່າຂອງທ່ານ ແລະ ຕິດຕາມພຣະເຢຊູຄຣິດ ພຣະຜູ້ຊ່ວຍໃຫ້ລອດອົງດຽວຂອງເຮົາ ພຣະບຸດຂອງພຣະເຈົ້າຜູ້ຊົງພຣະຊົນຢູ່.

ເມື່ອ​ພຣະເຢຊູເຈົ້າ​ໄດ້​ກ່າວ​ກັບ​ປະຊາຊົນ​ອີກ, ພຣະອົງ​ກ່າວ​ວ່າ, “ເຮົາ​ນີ້​ແຫລະ ເປັນ​ຄວາມສະຫວ່າງ​ຂອງ​ໂລກ. ຜູ້ໃດ​ກໍ​ຕາມ​ທີ່​ຕາມ​ເຮົາ​ມາ​ຈະ​ບໍ່​ເດີນ​ໃນ​ຄວາມມືດ, ແຕ່​ຈະ​ມີ​ຄວາມສະຫວ່າງ​ແຫ່ງ​ຊີວິດ”.
( ໂຢຮັນ 8:12 )