ຂ້ອຍຮູ້ສຶກຫລົງທາງ, ແຕກສະຫລາຍ...
“ຂ້ອຍຮູ້ສຶກຫລົງທາງ, ໝົດຫວັງ, ແຕກສະຫລາຍ ແລະ ໂດດດ່ຽວ. ຂ້ອຍຕ້ອງຕໍ່ສູ້ກັບຊີວິດທີ່ບໍ່ມີຄ່ານີ້ພຽງລຳພັງ ແລະ ບໍ່ມີໃຜສົນໃຈຂ້ອຍເລີຍ.” – ນີ້ຄືຄວາມຮູ້ສຶກຂອງເຮົາໃນບາງຄັ້ງ.
ຈົ່ງມອບພາລະຂອງເຈົ້າໄວ້ກັບພຣະເຈົ້າຢາເວ ແລະ ພຣະອົງຈະຄ້ຳຊູເຈົ້າໄວ້; ພຣະອົງຈະບໍ່ປ່ອຍ ໃຫ້ຄົນຊອບທຳລົ້ມລົງ.( ເພງສັນລະເສີນ 55:22 )
ພຣະເຈົ້າຢາເວນັ້ນຢູ່ໃກ້ຜູ້ທີ່ຫົວໃຈແຕກສະຫລາຍ ແລະ ຊ່ວຍບັນດາຜູ້ທີ່ທໍ້ຖອຍໝົດຫວັງ.( ເພງສັນລະເສີນ 34:18 )
ກ່ອນອື່ນ, ທ່ານບໍ່ໄດ້ຢູ່ຄົນດຽວ. ພຣະເຈົ້າຂອງເຮົາ ຜູ້ໄດ້ສ້າງແຜ່ນດິນໂລກ ແລະ ຟ້າສະຫວັນ ຊົງສະຖິດຢູ່ໃກ້ທ່ານໃນຕອນນີ້. ແລະ ພຣະອົງໄດ້ນຳທ່ານມາເຖິງໜ້າເວັບນີ້. ໃນໂລກນີ້ບໍ່ມີອຸບັດເຫດ ແລະ ບໍ່ມີສິ່ງໃດເກີດຂຶ້ນໂດຍປາສະຈາກການເອົາໃຈໃສ່ຂອງພຣະເຈົ້າ.
ນົກຈອກສອງໂຕຂາຍລາຄາອັດໜຶ່ງ ບໍ່ແມ່ນບໍ? ເຖິງປານນັ້ນກໍບໍ່ມີຈັກໂຕຈະຕົກລົງພື້ນດິນ ຖ້າພຣະບິດາຂອງພວກເຈົ້າບໍ່ເຫັນພ້ອມ.( ມັດທາຍ 10:29 )
ຈົ່ງເປີດໃຈຂອງທ່ານຕໍ່ໜ້າອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງທ່ານ ແລະ ຢ່າຊູ່ຢ້ານ.
“ບັນດາຜູ້ທີ່ອິດເມື່ອຍ ແລະ ແບກພາລະໜັກຈົ່ງມາຫາເຮົາ ແລະ ເຮົາຈະໃຫ້ພວກເຈົ້າໄດ້ຮັບຄວາມເຊົາເມື່ອຍ. ຈົ່ງເອົາແອກຂອງເຮົາແບກໄວ້ ແລະ ຮຽນຮູ້ຈາກເຮົາ ເພາະວ່າເຮົາເປັນຜູ້ໃຈອ່ອນສຸພາບ ແລະ ຖ່ອມລົງ, ແລ້ວຈິດໃຈຂອງພວກເຈົ້າຈະໄດ້ພົບຄວາມເຊົາເມື່ອຍ. ເພາະແອກຂອງເຮົານັ້ນກໍພໍເໝາະ ແລະ ພາລະຂອງເຮົາກໍເບົາ”.( ມັດທາຍ 11:28-30 )
ດັ່ງນັ້ນ ຢ່າຢ້ານເລີຍ, ເພາະເຮົາຢູ່ກັບເຈົ້າ; ຢ່າຕົກໃຈ, ເພາະເຮົາເປັນພຣະເຈົ້າຂອງເຈົ້າ. ເຮົາຈະເຮັດໃຫ້ເຈົ້າເຂັ້ມແຂງຂຶ້ນ ແລະ ເຮົາຈະຊ່ວຍເຈົ້າ; ເຮົາຈະຊູເຈົ້າໄວ້ດ້ວຍມືຂວາອັນຊອບທຳຂອງເຮົາ.( ເອຊາຢາ 41:10 )
ຄວາມເຈັບປວດທີ່ທ່ານຮູ້ສຶກ ແລະ ຄວາມທຸກຍາກທີ່ທ່ານມີ ບໍ່ແມ່ນຄວາມທຸກຂອງທ່ານອີກຕໍ່ໄປ. ບັດນີ້ ມັນເປັນເລື່ອງຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງທ່ານ.
ຈົ່ງມອບພາລະຂອງເຈົ້າໄວ້ກັບພຣະເຈົ້າຢາເວ ແລະ ພຣະອົງຈະຄ້ຳຊູເຈົ້າໄວ້; ພຣະອົງຈະບໍ່ປ່ອຍ ໃຫ້ຄົນຊອບທຳລົ້ມລົງ.( ເພງສັນລະເສີນ 55:22 )
ຈົ່ງປະຄວາມກະວົນກະວາຍຂອງພວກເຈົ້າໄວ້ກັບພຣະອົງ ເພາະວ່າພຣະອົງຫ່ວງໃຍພວກເຈົ້າຢູ່.( 1 ເປໂຕ 5:7 )
ບັດນີ້ ຈົ່ງເອົາໃຈຂອງທ່ານ ຄືໃຈທີ່ໄດ້ນຳທ່ານມາເຖິງບ່ອນນີ້ ແລະ ມອບໃຫ້ແກ່ອົງພຣະຜູ້ເປັນເຈົ້າ.
ເຮົາຈະໃຫ້ຫົວໃຈໃໝ່ແກ່ເຈົ້າ ແລະ ໃສ່ວິນຍານໃໝ່ໃນເຈົ້າ; ເຮົາຈະກຳຈັດຫົວໃຈຫີນອອກຈາກເຈົ້າ ແລະ ໃຫ້ເຈົ້າຫົວໃຈຊີ້ນແກ່ເຈົ້າ. ແລະ ເຮົາຈະໃສ່ວິນຍານຂອງເຮົາໄວ້ໃນເຈົ້າ ແລະ ໂນ້ມນຳເຈົ້າໃຫ້ປະຕິບັດຕາມດຳລັດຂອງເຮົາ ແລະ ເອົາໃຈໃສ່ຮັກສາກົດບັນຍັດຂອງເຮົາ.( ເອເຊກຽນ 36:26-27 )
ວິນຍານທີ່ທ່ານໄດ້ຮັບ ບໍ່ແມ່ນວິນຍານຂອງຕົວທ່ານຄົນເກົ່າ ແລະ ບໍ່ແມ່ນວິນຍານແຫ່ງຄວາມຢ້ານກົວ.
ເພາະພຣະວິນຍານທີ່ພຣະເຈົ້າໄດ້ໃຫ້ພວກເຮົານັ້ນບໍ່ໄດ້ເຮັດໃຫ້ພວກເຮົາມີໃຈອັນຢ້ານກົວ ແຕ່ມອບລິດອຳນາດ, ຄວາມຮັກ ແລະ ການຮູ້ຈັກບັງຄັບຕົນໃຫ້ແກ່ພວກເຮົາ.( 2 ຕີໂມທຽວ 1:7 )
ຈົ່ງສຳຜັດວິນຍານທີ່ຢູ່ພາຍໃນທ່ານ ຄືຕົວທ່ານຄົນໃໝ່.
ຂໍໃຫ້ພຣະເຈົ້າແຫ່ງຄວາມຫວັງເຮັດໃຫ້ພວກເຈົ້າບໍລິບູນດ້ວຍຄວາມຊື່ນຊົມຍິນດີ ແລະ ສັນຕິສຸກທັງປວງເໝືອນທີ່ພວກເຈົ້າວາງໃຈໃນພຣະອົງ ເພື່ອວ່າພວກເຈົ້າຈະເຕັມລົ້ນດ້ວຍຄວາມຫວັງໂດຍລິດອຳນາດຂອງພຣະວິນຍານບໍລິສຸດເຈົ້າ.( ໂຣມ 15:13 )
ວິນຍານນີ້ບໍ່ແມ່ນສິ່ງຊົ່ວຄາວ ແລະ ບໍ່ແມ່ນສິ່ງທີ່ມີໄວ້ສຳລັບແຕ່ມື້ນີ້ເທົ່ານັ້ນ...
ບໍ່ວ່າຄວາມສູງ ຫລື ຄວາມເລິກ ຫລື ສິ່ງອື່ນໃດໃນສັບພະສິ່ງທີ່ພຣະເຈົ້າສ້າງທັງໝົດ ກໍບໍ່ສາມາດແຍກພວກເຮົາອອກຈາກຄວາມຮັກຂອງພຣະເຈົ້າທີ່ມີຢູ່ໃນພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາໄດ້.( ໂຣມ 8:39 )
ບັດນີ້ ຈົ່ງປະຖິ້ມຊີວິດເກົ່າຂອງທ່ານ ແລະ ຕິດຕາມພຣະເຢຊູຄຣິດ ພຣະຜູ້ຊ່ວຍໃຫ້ລອດອົງດຽວຂອງເຮົາ ພຣະບຸດຂອງພຣະເຈົ້າຜູ້ຊົງພຣະຊົນຢູ່.
ເມື່ອພຣະເຢຊູເຈົ້າໄດ້ກ່າວກັບປະຊາຊົນອີກ, ພຣະອົງກ່າວວ່າ, “ເຮົານີ້ແຫລະ ເປັນຄວາມສະຫວ່າງຂອງໂລກ. ຜູ້ໃດກໍຕາມທີ່ຕາມເຮົາມາຈະບໍ່ເດີນໃນຄວາມມືດ, ແຕ່ຈະມີຄວາມສະຫວ່າງແຫ່ງຊີວິດ”.( ໂຢຮັນ 8:12 )