ຂ້ອຍໄດ້ຮັບຄວາມພົ້ນແລ້ວບໍ?
ຜູ້ຄົນມັກຖືກຖາມວ່າພວກເຂົາໄດ້ຮັບຄວາມພົ້ນແລ້ວບໍ ຫລື ພວກເຂົາເປັນຫ່ວງກ່ຽວກັບຄວາມພົ້ນຂອງຕົນ ຫລື ຢ້ານຄວາມຕາຍ.
ໃນຕອນຕົ້ນ ພຣະເຈົ້າໄດ້ສ້າງເຮົາໃຫ້ຢູ່ກັບພຣະອົງໃນສວນເອເດນ. ແຕ່ເອວາ ແລະ ອາດາມໄດ້ກິນໝາກໄມ້ທີ່ຖືກຫ້າມ ແລະ ນຳຄວາມບາບເຂົ້າມາໃນຊີວິດຂອງເຮົາ. ແລະ ຄວາມບາບກໍແຍກເຮົາອອກຈາກພຣະເຈົ້າ. ບໍ່ມີຊີວິດຖ້າບໍ່ມີພຣະເຈົ້າ. ຄວາມບາບນຳມາເຊິ່ງຄວາມຕາຍ...
ແຕ່ຄວາມຊົ່ວຊ້າຂອງພວກເຈົ້າ ທີ່ໄດ້ແຍກພວກເຈົ້າອອກຈາກພຣະເຈົ້າຂອງພວກເຈົ້າ; ບາບຂອງເຈົ້າເຮັດໃຫ້ພຣະອົງເຊື່ອງໜ້າຂອງພຣະອົງຈາກເຈົ້າ, ດັ່ງນັ້ນ ພຣະອົງຈຶ່ງບໍ່ຮັບຟັງ.( ເອຊາຢາ 59:2 )
ໄລພິດຂອງຄວາມຕາຍຄືຄວາມບາບ ແລະ ລິດອຳນາດຂອງຄວາມບາບຄືກົດບັນຍັດ.( 1 ໂກຣິນໂທ 15:56 )
ແລ້ວຄົນທີ່ບໍ່ເຮັດບາບເດ?
ຖ້າພວກເຮົາອ້າງວ່າບໍ່ມີບາບ, ພວກເຮົາກໍຫລອກລວງຕົນເອງ ແລະ ຄວາມຈິງບໍ່ໄດ້ຢູ່ໃນພວກເຮົາເລີຍ.( 1 ໂຢຮັນ 1:8 )
ແທ້ຈິງແລ້ວ, ບໍ່ມີຈັກຄົນໃນໂລກນີ້ທີ່ຊອບທຳ, ບໍ່ມີຜູ້ໃດທີ່ເຮັດແຕ່ສິ່ງທີ່ຖືກຕ້ອງ ແລະ ບໍ່ເຄີຍເຮັດບາບເລີຍ.( ປັນຍາຈານ 7:20 )
ການຖືກແຍກອອກຈາກພຣະເຈົ້າໝາຍຄວາມວ່າແນວໃດ?
ຜູ້ໃດທີ່ເຮັດບາບ ຜູ້ນັ້ນກໍຈະຕ້ອງຕາຍ. ລູກຈະບໍ່ຕ້ອງຮ່ວມຮັບໂທດກັບຄວາມຜິດຂອງພໍ່, ທັງພໍ່ກໍບໍ່ຕ້ອງຮ່ວມຮັບໂທດກັບຄວາມຜິດຂອງລູກ. ຄົນຊອບທຳຈະໄດ້ຮັບຜົນແຫ່ງຄວາມຊອບທຳຂອງພວກເຂົາ ແລະ ຄົນຊົ່ວກໍຈະໄດ້ຮັບການກ່າວໂທດຈາກຄວາມຊົ່ວຮ້າຍຂອງພວກເຂົາ.( ເອເຊກຽນ 18:20 )
ພຣະເຈົ້າເປັນຄວາມສະຫວ່າງ ພຣະເຈົ້າເປັນຄວາມຮັກ ພຣະເຈົ້າເປັນຊີວິດ. ການຖືກແຍກອອກຈາກພຣະເຈົ້າໝາຍເຖິງການຖືກແຍກອອກຈາກຊີວິດ. ນີ້ແມ່ນສິ່ງທີ່ເຮົາເຫັນໄດ້ຈາກຂໍ້ພຣະຄຳພີຕໍ່ໄປນີ້.
ໃນພຣະອົງຄືຊີວິດ ແລະ ຊີວິດນັ້ນເປັນຄວາມສະຫວ່າງຂອງມະນຸດ. ຄວາມສະຫວ່າງສ່ອງເຂົ້າມາໃນຄວາມມືດ ແລະ ຄວາມມືດນັ້ນກໍບໍ່ໄດ້ຊະນະ ຄວາມສະຫວ່າງ.( ໂຢຮັນ 1:4-5 )
ນີ້ເປັນຖ້ອຍຄຳທີ່ພວກເຮົາໄດ້ຍິນຈາກພຣະອົງ ແລະ ປະກາດແກ່ພວກເຈົ້າຄື: ພຣະເຈົ້າເປັນຄວາມສະຫວ່າງ, ໃນພຣະອົງບໍ່ມີຄວາມມືດເລີຍ.( 1 ໂຢຮັນ 1:5 )
ພຣະວິນຍານຂອງພຣະເຈົ້າໄດ້ສ້າງຂ້ອຍຂຶ້ນມາ; ລົມຫາຍໃຈຂອງອົງຜູ້ມີລິດອໍານາດຍິ່ງໃຫຍ່ໃຫ້ຊີວິດແກ່ຂ້ອຍ.( ໂຢບ 33:4 )
ດັ່ງນັ້ນ ພວກເຮົາຈຶ່ງຮູ້ຈັກ ແລະ ເພິ່ງພາໃນຄວາມຮັກທີ່ພຣະເຈົ້າມີຕໍ່ພວກເຮົາ. ພຣະເຈົ້າເປັນຄວາມຮັກ. ຜູ້ໃດກໍຕາມດຳເນີນຊີວິດຢູ່ໃນຄວາມຮັກກໍດຳເນີນຊີວິດຢູ່ໃນພຣະເຈົ້າ ແລະ ພຣະເຈົ້າຢູ່ພາຍໃນພວກເຂົາ.( 1 ໂຢຮັນ 4:16 )
ເຮົາຈະກັບຄືນມາຢູ່ກັບພຣະເຈົ້າ ແລະ ມີຊີວິດນິລັນດອນໄດ້ແນວໃດ?
ຖ້າພຣະເຈົ້າຢູ່ໃນສະຫວັນ ແລະ ເຮົາຢູ່ໃນແຜ່ນດິນໂລກ ເຮົາຈະເຮັດແນວໃດເພື່ອໄປເຖິງພຣະເຈົ້າ ແລະ ກັບຄືນມາຢູ່ກັບພຣະອົງ?
ບໍ່ມີຜູ້ໃດເຄີຍຂຶ້ນໄປສະຫວັນເວັ້ນແຕ່ຜູ້ທີ່ມາຈາກສະຫວັນຄື ບຸດມະນຸດ.( ໂຢຮັນ 3:13 )
ຜູ້ທີ່ມາຈາກເບື້ອງເທິງນັ້ນກໍຢູ່ເໜືອກວ່າທຸກສິ່ງ, ຜູ້ທີ່ມາຈາກໂລກກໍເປັນຂອງໂລກ ແລະ ເວົ້າຢ່າງຄົນທີ່ມາຈາກໂລກ. ພຣະອົງຜູ້ທີ່ມາຈາກສະຫວັນກໍຢູ່ເໜືອທຸກສິ່ງ. ພຣະອົງເປັນພະຍານເຖິງສິ່ງທີ່ພຣະອົງໄດ້ເຫັນ ແລະ ໄດ້ຍິນ, ແຕ່ບໍ່ມີຜູ້ໃດຍອມຮັບຄຳພະຍານຂອງພຣະອົງ. ເພາະຜູ້ທີ່ພຣະເຈົ້າໃຊ້ມາກໍຈະກ່າວພຣະຄຳຂອງພຣະເຈົ້າ, ເພາະວ່າພຣະເຈົ້າ ມອບພຣະວິນຍານໃຫ້ໂດຍບໍ່ຈຳກັດ.( ໂຢຮັນ 3:31-32,34 )
ພຣະເຢຊູຄຣິດໄດ້ສະເດັດລົງມາຈາກສະຫວັນ ພຣະອົງກ່າວແນວໃດກ່ຽວກັບຄວາມພົ້ນ?
ເພາະພຣະເຈົ້າຮັກໂລກຈົນໄດ້ມອບພຣະບຸດອົງດຽວຂອງພຣະອົງ ເພື່ອທຸກຄົນທີ່ເຊື່ອໃນພຣະບຸດນັ້ນຈະບໍ່ຈິບຫາຍ ແຕ່ມີຊີວິດອັນຕະຫລອດໄປເປັນນິດ. ເພາະວ່າພຣະເຈົ້າບໍ່ໄດ້ໃຊ້ພຣະບຸດຂອງພຣະອົງເຂົ້າມາໃນໂລກເພື່ອຕັດສິນລົງໂທດໂລກ ແຕ່ເພື່ອຊ່ວຍໂລກໃຫ້ລອດພົ້ນໂດຍທາງພຣະບຸດນັ້ນ.( ໂຢຮັນ 3:16-17 )
ສະນັ້ນ ເຮົາພຽງແຕ່ຕ້ອງເຊື່ອໃນພຣະບຸດຂອງພຣະເຈົ້າເພື່ອຈະມີຊີວິດນິລັນດອນບໍ? ເຖິງແມ່ນເຮົາໄດ້ເຮັດບາບແລ້ວກໍຕາມບໍ? ເຮົາຈະຖືກພິພາກສາແນວໃດ?
ຜູ້ໃດທີ່ເຊື່ອໃນພຣະອົງກໍບໍ່ຖືກພິພາກສາ ແຕ່ຜູ້ໃດທີ່ບໍ່ເຊື່ອກໍຖືກພິພາກສາຢູ່ແລ້ວ ເພາະພວກເຂົາບໍ່ເຊື່ອໃນນາມຂອງພຣະບຸດອົງດຽວຂອງພຣະເຈົ້າ.( ໂຢຮັນ 3:18 )
“ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຜູ້ໃດກໍຕາມຟັງຄຳຂອງເຮົາ ແລະ ເຊື່ອພຣະອົງຜູ້ໃຊ້ເຮົາມາ ຜູ້ນັ້ນກໍມີຊີວິດນິລັນດອນ ແລະ ຈະບໍ່ເຂົ້າໃນການພິພາກສາ, ແຕ່ໄດ້ຜ່ານພົ້ນຈາກຄວາມຕາຍໄປສູ່ຊີວິດແລ້ວ.( ໂຢຮັນ 5:24 )
ແລ້ວມີທາງອື່ນອີກບໍທີ່ຈະກັບຄືນມາຢູ່ກັບພຣະເຈົ້າ ພຣະບິດາຂອງເຮົາ?
ພຣະເຢຊູເຈົ້າຕອບວ່າ, “ເຮົານີ້ແຫລະເປັນທາງນັ້ນ ເປັນຄວາມຈິງ ແລະ ເປັນຊີວິດ. ບໍ່ມີຜູ້ໃດມາເຖິງພຣະບິດາເຈົ້າໄດ້ນອກຈາກມາທາງເຮົາ.( ໂຢຮັນ 14:6 )
ການເຊື່ອໃນພຣະເຈົ້າ ແລະ ພຣະເຢຊູຄຣິດໝາຍຄວາມວ່າແນວໃດ?
ເພື່ອຈະເຊື່ອໃນພຣະເຢຊູຄຣິດ ທ່ານຕ້ອງຮູ້ຈັກພຣະອົງຫລາຍກວ່າພຽງແຕ່ພຣະນາມ. ຄວນອ່ານພຣະຄຳພີທັງໝົດ ເພາະເປັນໄປບໍ່ໄດ້ທີ່ຈະເຫັນພາບຢ່າງຊັດເຈນໂດຍບໍ່ຮູ້ເລື່ອງລາວທັງໝົດ. ທ່ານຕ້ອງອ່ານກ່ຽວກັບພຣະເມຊີອາ ແລະ ບົດບາດຂອງພຣະອົງໃນອິດສະຣາເອນ ຢູດາຍ ແລະ ສ່ວນອື່ນໆຂອງໂລກໃນພຣະຄຳພີເດີມ. ຈາກນັ້ນ ຈົ່ງອ່ານເລື່ອງລາວຂອງພຣະເຢຊູໃນພຣະຄຳພີໃໝ່ ແລະ ຕັດສິນໃຈດ້ວຍຕົວເອງວ່າທ່ານເຊື່ອຫລືບໍ່ວ່າພຣະອົງເປັນພຣະເມຊີອາ ຜູ້ທີ່ຖືກເຈີມໄວ້. ເພື່ອເປັນການເລີ່ມຕົ້ນ ນີ້ແມ່ນບາງຂໍ້ພຣະຄຳພີ.
ພຣະເຢຊູຄຣິດ ແລະ ພຣະເຈົ້າມີຄວາມສຳພັນກັນແນວໃດ?
ພຣະບຸດເປັນແບບລັກສະນະຂອງພຣະເຈົ້າຜູ້ທີ່ພວກເຮົາບໍ່ສາມາດເບິ່ງເຫັນໄດ້, ເປັນບຸດກົກເໜືອສິ່ງທີ່ສ້າງທັງໝົດ. ເພາະວ່າພຣະເຈົ້າພໍໃຈທີ່ຈະໃຫ້ຄວາມບໍລິບູນທັງໝົດຂອງພຣະອົງສະຖິດຢູ່ໃນພຣະບຸດ,( ໂກໂລຊາຍ 1:15,19 )
ພະຂອງຍຸກນີ້ເຮັດໃຫ້ຈິດໃຈຂອງບັນດາຄົນທີ່ບໍ່ເຊື່ອບອດໄປ, ເພື່ອວ່າພວກເຂົາຈະບໍ່ສາມາດເຫັນແສງສະຫວ່າງຂອງຂ່າວປະເສີດທີ່ສະແດງສະຫງ່າລາສີຂອງພຣະຄຣິດເຈົ້າ ຜູ້ເປັນເໝືອນພຣະເຈົ້າທຸກຢ່າງ.( 2 ໂກຣິນໂທ 4:4 )
ພຣະເຢຊູຄຣິດເອງກ່າວແນວໃດກ່ຽວກັບເລື່ອງນັ້ນ?
ພຣະເຢຊູເຈົ້າຕອບວ່າ, “ຟີລິບເອີຍ, ເຮົາໄດ້ຢູ່ກັບພວກເຈົ້າຕັ້ງດົນນານແລ້ວເຈົ້າຍັງບໍ່ຮູ້ຈັກເຮົາບໍ? ຜູ້ທີ່ໄດ້ເຫັນເຮົາກໍໄດ້ເຫັນພຣະບິດາເຈົ້າ. ດ້ວຍເຫດໃດເຈົ້າຈຶ່ງບອກວ່າ, ‘ຂໍສະແດງພຣະບິດາເຈົ້າໃຫ້ພວກຂ້ານ້ອຍໄດ້ເຫັນ’?( ໂຢຮັນ 14:9 )
ຜູ້ທີ່ເບິ່ງເຮົາກໍເຫັນພຣະອົງຜູ້ໃຊ້ເຮົາມາ.( ໂຢຮັນ 12:45 )
ແລະ ຂໍ້ພຣະຄຳພີອີກຈຳນວນໜຶ່ງກ່ຽວກັບພຣະເຢຊູ...
ພຣະບຸດເປັນແສງສະທ້ອນແຫ່ງສະຫງ່າລາສີຂອງພຣະເຈົ້າ ແລະ ເປັນເໝືອນພຣະເຈົ້າທຸກປະການ ແລະ ໄດ້ຄ້ຳຊູສັບພະສິ່ງໄວ້ດ້ວຍຖ້ອຍຄຳທີ່ມີລິດອຳນາດຂອງພຣະອົງ. ຫລັງຈາກທີ່ພຣະອົງໄດ້ຊຳລະບາບແລ້ວ, ພຣະອົງຈຶ່ງໄດ້ນັ່ງລົງທີ່ເບື້ອງຂວາມືຂອງອົງຜູ້ມີບາລະມີໃນສະຫວັນ( ເຮັບເຣີ 1:3 )
ພຣະທຳໄດ້ມາບັງເກີດເປັນມະນຸດ ແລະ ສະຖິດຢູ່ທ່າມກາງພວກເຮົາທັງຫລາຍ. ພວກເຮົາໄດ້ເຫັນສະຫງ່າລາສີຂອງພຣະອົງ ຄືສະຫງ່າລາສີຂອງພຣະບຸດອົງດຽວ, ຜູ້ທີ່ມາຈາກພຣະບິດາເຈົ້າ, ພຣະອົງຜູ້ເຕັມດ້ວຍພຣະຄຸນ ແລະ ຄວາມຈິງ.( ໂຢຮັນ 1:14 )
ສະຫລຸບ
ບັດນີ້ທ່ານຮູ້ກ່ຽວກັບຄວາມພົ້ນຫລາຍຂຶ້ນແລ້ວ. ແຕ່ຖ້າທ່ານຍັງເປັນຫ່ວງວ່າທ່ານໄດ້ຮັບຄວາມພົ້ນແລ້ວຫລືບໍ່ ທ່ານຕ້ອງຮູ້ສິ່ງຕໍ່ໄປນີ້.
ເພາະຜູ້ໃດກໍຕາມຢາກຮັກສາຊີວິດ ຂອງຕົນໄວ້ ຜູ້ນັ້ນຈະເສຍຊີວິດ ແຕ່ຜູ້ໃດທີ່ຍອມສະຫລະຊີວິດຂອງຕົນເພື່ອເຫັນແກ່ເຮົາ ຜູ້ນັ້ນຈະພົບຊີວິດ.( ມັດທາຍ 16:25 )
ບັດນີ້ ແທນທີ່ຈະເປັນຫ່ວງວ່າໄດ້ຮັບຄວາມພົ້ນຫລືບໍ່ ຈົ່ງເອົາໃຈໃສ່ໃນການເຂົ້າໃຈຂ່າວປະເສີດ ຄືພາບອັນແທ້ຈິງຂອງພຣະເຈົ້າຜ່ານທາງພຣະບຸດ ຄືພຣະເຢຊູຄຣິດ. ແລະ ຈົ່ງຕິດຕາມພຣະອົງ. ພຣະເຢຊູຈະດູແລສ່ວນທີ່ເຫລືອເອງ.
ແຕ່ຈົ່ງສະແຫວງຫາອານາຈັກຂອງພຣະເຈົ້າ ແລະ ຄວາມຊອບທຳຂອງພຣະອົງກ່ອນ, ແລ້ວພຣະອົງຈະມອບທຸກສິ່ງເຫລົ່ານີ້ໃຫ້ແກ່ພວກເຈົ້າ.( ມັດທາຍ 6:33 )