ຄຣິສຕຽນຄວນຕອບສະໜອງຕໍ່ໂລກລະບາດແນວໃດ?
ເຊື້ອໄວຣັສທີ່ບໍ່ມີໃຜຄວບຄຸມໄດ້ ຄືກັບພາຍຸໃຫຍ່ ກຳລັງແຜ່ລາມໄປທົ່ວທຸກທະວີບ ແລະ ຕິດເຊື້ອຜູ້ຄົນທີ່ຢູ່ອ້ອມຂ້າງເຮົາ. ສຳລັບບາງຄົນໃນພວກເຮົາ ມັນໄດ້ເອົາວຽກງານ ແລະ ຊີວິດຂອງຄົນທີ່ເຮົາຮັກໄປ. ເຮົາຮູ້ສຶກໝົດຫວັງຕໍ່ໜ້າເຊື້ອໄວຣັສທີ່ເຮົາບໍ່ມີຢາປິ່ນປົວ. ເຮົາຮູ້ສຶກຄືກັບກຳລັງລອຍຢູ່ໃນເຮືອນ້ອຍລຳໜຶ່ງທ່າມກາງພາຍຸລົມ.
ແລ້ວເກີດມີລົມພະຍຸຮຸນແຮງ ແລະ ຄື້ນນ້ຳໄດ້ຊັດຖ້ວມເຮືອຈົນເຮືອເກືອບຈະຈົມ. ພຣະເຢຊູເຈົ້ານອນໝູນໝອນຫລັບຢູ່ທ້າຍເຮືອ. ພວກສາວົກຈຶ່ງໄປປຸກພຣະອົງ ແລະ ເວົ້າວ່າ, “ອາຈານເອີຍ, ພວກຂ້ານ້ອຍກຳລັງຈະຈົມນໍ້າແລ້ວ ພຣະອົງບໍ່ເປັນຫ່ວງພວກຂ້ານ້ອຍບໍ?” ພຣະອົງຈຶ່ງຕື່ນຂຶ້ນມາ, ສັ່ງຫ້າມລົມພະຍຸ ແລະ ຄື້ນທະເລວ່າ, “ຈົ່ງມິດ! ງຽບສະຫງົບແມ!” ແລ້ວລົມພະຍຸກໍຢຸດພັດ ແລະ ຄື້ນທະເລກໍສະຫງົບລົງ. ພຣະອົງກ່າວກັບພວກສາວົກວ່າ, “ດ້ວຍເຫດໃດພວກເຈົ້າຈຶ່ງຢ້ານຫລາຍແທ້? ພວກເຈົ້າຍັງບໍ່ມີຄວາມເຊື່ອຢູ່ບໍ?”( ມາຣະໂກ 4:37-40 )
ເປັນເລື່ອງທຳມະດາທີ່ເຮົາສ້າງຄວາມໝັ້ນໃຈຂອງຕົນໂດຍອີງໃສ່ປະສົບການໃນໂລກນີ້. ເມື່ອທຸກຢ່າງເປັນໄປຕາມທີ່ເຮົາຄາດຫວັງ ເຮົາກໍສະບາຍໃຈ ແລະ ມີຄວາມສຸກ. ເມື່ອມີບັນຫາເລັກນ້ອຍເກີດຂຶ້ນ ເຮົາກໍພະຍາຍາມບໍ່ສົນໃຈ ແລະ ກ້າວຕໍ່ໄປ. ຄວາມໝັ້ນໃຈຂອງເຮົາເພີ່ມຂຶ້ນພ້ອມກັບຄວາມກ້າວໜ້າທາງອຸດສາຫະກຳທີ່ນຳຊີວິດອັນສະດວກສະບາຍມາໃຫ້ເຮົາ ແລະ ການຄົ້ນພົບທາງວິທະຍາສາດທີ່ອະທິບາຍວ່າສິ່ງຕ່າງໆເຮັດວຽກແນວໃດ ແລະ ພັດທະນາວັກຊີນສຳລັບທຸກພະຍາດ. ແຕ່ຢ່າງໃດກໍຕາມ ຮາກຖານຂອງຄວາມເຊື່ອຂອງເຮົານັ້ນອ່ອນແອຫລາຍ ແລະ ພັງລົງຢ່າງໄວເມື່ອມີສິ່ງຜິດປົກກະຕິເກີດຂຶ້ນ. ໃຫ້ເຮົາມາເບິ່ງພຣະສັນຍາທີ່ເຮົາໄດ້ຮັບຈາກພຣະເຈົ້າພຣະບິດາຂອງເຮົາ.
ພຣະພອນເຫລົ່ານີ້ທັງໝົດຈະມາເຖິງພວກເຈົ້າ ແລະ ຕິດຕາມພວກເຈົ້າໄປ ຖ້າພວກເຈົ້າເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. ພວກເຈົ້າຈະໄດ້ຮັບພອນທັງໃນເມືອງ ແລະ ໃນຊົນນະບົດ. ຜົນຜະລິດຈາກມຸດລູກຂອງພວກເຈົ້າ ແລະ ຜົນຜະລິດຈາກແຜ່ນດິນຂອງພວກເຈົ້າ ແລະ ລູກອ່ອນຈາກຝູງສັດລ້ຽງຂອງພວກເຈົ້າ ຄືຝູງງົວ ແລະ ຝູງແກະຂອງພວກເຈົ້າຈະໄດ້ຮັບພອນ. ກະຕ່າຂອງພວກເຈົ້າ ແລະ ຮາງນວດແປ້ງຂອງພວກເຈົ້າກໍຈະໄດ້ຮັບພອນ. ພວກເຈົ້າຈະໄດ້ຮັບພອນເມື່ອພວກເຈົ້າຈະເຂົ້າມາ ແລະ ພວກເຈົ້າຈະໄດ້ຮັບພອນເມື່ອພວກເຈົ້າອອກໄປ. ພຣະເຈົ້າຢາເວຈະປາບບັນດາສັດຕູທີ່ລຸກຂຶ້ນຕໍ່ສູ້ພວກເຈົ້າໃຫ້ພ່າຍແພ້ຕໍ່ໜ້າພວກເຈົ້າ. ພວກເຂົາຈະເຂົ້າມາຫາພວກເຈົ້າຈາກທາງດຽວກັນ ແຕ່ປົບໜີໄປຈາກພວກເຈົ້າເຈັດທາງ. ພຣະເຈົ້າຢາເວຈະອວຍພອນເລົ້າເຂົ້າຂອງພວກເຈົ້າ ແລະ ທຸກສິ່ງທີ່ພວກເຈົ້າລົງມືເຮັດ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະອວຍພອນພວກເຈົ້າໃນດິນແດນທີ່ພຣະອົງມອບໃຫ້ແກ່ພວກເຈົ້າ. ພຣະເຈົ້າຢາເວຈະໃຫ້ພວກເຈົ້າມີຄວາມຈະເລີນຮຸ່ງເຮືອງຢ່າງລົ້ນເຫລືອ ດ້ວຍຜົນຜະລິດຈາກມົດລູກຂອງພວກເຈົ້າ, ລູກອ່ອນຈາກຝູງສັດລ້ຽງຂອງພວກເຈົ້າ ແລະ ຜົນຜະລິດຈາກແຜ່ນດິນຂອງພວກເຈົ້າ ໃນດິນແດນທີ່ພຣະອົງໄດ້ປະຕິຍານໄວ້ກັບບັນພະບຸລຸດຂອງພວກເຈົ້າວ່າຈະມອບໃຫ້ພວກເຈົ້າ. ພຣະເຈົ້າຢາເວຈະເປີດຟ້າສະຫວັນ ເຊິ່ງເປັນຄັງອັນອຸດົມສົມບູນຂອງພຣະອົງ, ເພື່ອສົ່ງຝົນຕົກລົງມາໃສ່ແຜ່ນດິນຂອງພວກເຈົ້າຕາມລະດູການ ແລະ ຈະອວຍພອນວຽກງານທຸກຢ່າງທີ່ພວກເຈົ້າເຮັດ. ພວກເຈົ້າຈະໃຫ້ຫລາຍຊົນຊາດກູ້ຢືມ ແຕ່ຈະບໍ່ຢືມຈາກຜູ້ໃດເລີຍ. ພຣະເຈົ້າຢາເວຈະເຮັດໃຫ້ພວກເຈົ້າເປັນຫົວ, ບໍ່ແມ່ນເປັນຫາງ. ຖ້າພວກເຈົ້າເອົາໃຈໃສ່ຕໍ່ຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າທີ່ຂ້າພະເຈົ້າມອບໃຫ້ພວກເຈົ້າໃນວັນນີ້ ແລະ ປະຕິບັດຕາມຄຳສັ່ງນັ້ນຢ່າງເຄັ່ງຄັດ ພວກເຈົ້າກໍຈະຢູ່ເບື້ອງເທິງສຸດສະເໝີ, ຈະບໍ່ມີວັນຢູ່ເບື້ອງລຸ່ມເລີຍ,( ພຣະບັນຍັດສອງ 28:2,3,4,5,6,7,8,11,12,13 )
ມັນບໍ່ແມ່ນເລື່ອງທຳມະດາສຳລັບເຮົາທີ່ຈະດຳເນີນຊີວິດນີ້ໂດຍເຊື່ອຟັງພຣະເຈົ້າ ແລະ ພຣະບັນຍັດຂອງພຣະອົງຢ່າງເຕັມທີ່. ທັນທີທີ່ຊີວິດຂອງເຮົາພົ້ນຈາກຄວາມຫຍຸ້ງຍາກ ເຮົາກໍກັບໄປເດີນຕາມທາງຊົ່ວຂອງຕົນ ເທື່ອແລ້ວເທື່ອອີກ...
ເຮົາໄດ້ສົ່ງຜູ້ທຳນວາຍຜູ້ຮັບໃຊ້ຂອງເຮົາມາຫາພວກເຈົ້າຫລາຍເທື່ອ. ບັນດາຜູ້ທຳນວາຍໄດ້ເວົ້າວ່າ, “ພວກເຈົ້າແຕ່ລະຄົນຕ້ອງຫັນໜີຈາກວິຖີທາງອັນຊົ່ວຮ້າຍ ແລະ ປ່ຽນການກະທໍາຂອງພວກເຈົ້າໃໝ່; ຢ່າຕິດຕາມບັນດາພະອື່ນ ຫລື ຮັບໃຊ້ບັນດາພະນັ້ນ. ແລ້ວພວກເຈົ້າຈະອາໄສຢູ່ໃນດິນແດນທີ່ເຮົາໄດ້ມອບໃຫ້ແກ່ພວກເຈົ້າ ແລະ ບັນພະບຸລຸດຂອງພວກເຈົ້າ”. ແຕ່ພວກເຈົ້າກໍບໍ່ເອົາໃຈໃສ່ ຫລື ຟັງເຮົາ.( ເຢເຣມີຢາ 35:15 )
ເຮົາເຫັນຕົນເອງຢູ່ໃນຄວາມຢ້ານກົວ ແລະ ການຂາດຄວາມເຊື່ອ. ຄົນລຸ້ນແລ້ວລຸ້ນເລົ່າເປັນເວລາຫລາຍພັນປີໄດ້ບໍ່ເຊື່ອຟັງພຣະເຈົ້າ ແລະ ສູນເສຍພຣະພອນຂອງພຣະອົງ. ເຮົາໄດ້ສັ່ນເອົາຄວາມຮັກອອກຈາກຮາກຖານຂອງພຣະບັນຍັດຂອງພຣະເຈົ້າ ເຫລືອໄວ້ພຽງຖ້ອຍຄຳອັນແຫ້ງແລ້ງ ກັບການເຊື່ອຟັງທີ່ເປັນພຽງພາຍນອກ ແລະ ຕາມຮູບແບບເທົ່ານັ້ນ. ທັງໝົດນີ້ໄດ້ນຳເຮົາມາສູ່ສະພາບແຫ່ງຄວາມຢ້ານກົວ ດັ່ງທີ່ໄດ້ສັນຍາໄວ້ທຸກປະການ…
ພຣະເຈົ້າຢາເວຈະສົ່ງຄຳສາບແຊ່ງລົງມາໃສ່ພວກເຈົ້າ, ພວກເຈົ້າຈະສັບສົນ ແລະ ທຸກສິ່ງທີ່ພວກເຈົ້າເຮັດຈະຖືກຕຳໜິ, ຈົນກວ່າພວກເຈົ້າຈະຖືກທຳລາຍ ແລະ ເຖິງແກ່ຄວາມຈິບຫາຍຢ່າງໄວວາ ເພາະຄວາມຊົ່ວຮ້າຍທີ່ພວກເຈົ້າໄດ້ເຮັດ ໂດຍການປະຖິ້ມພຣະອົງ. ພຣະເຈົ້າຢາເວຈະຟາດພວກເຈົ້າດ້ວຍໂລກຮ່າງກາຍເສື່ອມໂຊມ, ດ້ວຍໄຂ້ ແລະ ການອັກເສບ, ດ້ວຍຄວາມຮ້ອນໄໝ້ ແລະ ຄວາມແຫ້ງແລ້ງ, ດ້ວຍໃບໃໝ້ ແລະ ດ້ວຍເຊື້ອລາ ເຊິ່ງຈະລົບກວນພວກເຈົ້າຈົນກວ່າພວກເຈົ້າຈະຈິບຫາຍໄປ.( ພຣະບັນຍັດສອງ 28:20,22 )
ພຣະພິໂລດຂອງພຣະເຈົ້ານັ້ນໜ້າຢ້ານແທ້. ແຕ່ກ່ອນທີ່ເຮົາຈະດ່ວນຕັດສິນພຣະບິດາເທິງສະຫວັນຂອງເຮົາວ່າເຮັດສິ່ງທີ່ໂຫດຮ້າຍເຊັ່ນນັ້ນ ໃຫ້ເຮົາລອງນຶກພາບທ່ານໝໍຄົນໜຶ່ງທີ່ກຳລັງຕັດຂາທີ່ຕິດເຊື້ອອອກ ເພື່ອຊ່ວຍຄົນໜຶ່ງໃຫ້ພົ້ນຈາກຄວາມຕາຍ. ເປັນເລື່ອງທຳມະດາທີ່ເຮົາຈະເອົາໃຈໃສ່ສິ່ງທີ່ຕາເຫັນ ແລະ ມອງຂ້າມຄວາມຮັກຂອງພຣະເຈົ້າ ແລະ ພຣະປະສົງຂອງພຣະອົງທີ່ຈະຊ່ວຍເຮົາໃຫ້ພົ້ນ. ລູກຂອງເຮົາຈະຈື່ຈຳຄວາມໃຈຮ້າຍຂອງເຮົາ ແລະ ການຕີທີ່ເຈັບປວດໃສ່ຫລັງ ແຕ່ຈະລືມໄດ້ງ່າຍວ່າມັນໄດ້ຊ່ວຍລາວບໍ່ໃຫ້ຕົກໜ້າຜາອັນອັນຕະລາຍ. ແລະ ພວກເຮົາທີ່ເຫັນພຽງແຕ່ສິ່ງຕ່າງໆຂອງໂລກນີ້ ກໍບໍ່ເຫັນເລີຍວ່າພຣະພິໂລດຂອງພຣະເຈົ້າຊ່ວຍເຮົາໃຫ້ພົ້ນຈາກສິ່ງໃດ.
ພຣະເຈົ້າຢາກໃຫ້ເຮົາເຊື່ອຟັງພຣະອົງຢ່າງສັດຊື່. ພຣະອົງບໍ່ຢາກໃຫ້ເຮົາຢ້ານສິ່ງທີ່ເຮົາເຫັນ ແຕ່ຢາກໃຫ້ເຮົາໄດ້ຮັບຄວາມໝັ້ນໃຈຈາກຄວາມເຊື່ອຂອງເຮົາ.
ດັ່ງນັ້ນ ພວກເຮົາຈຶ່ງບໍ່ໄດ້ຈ້ອງຕາເບິ່ງສິ່ງທີ່ເບິ່ງເຫັນ, ແຕ່ຈ້ອງຕາເບິ່ງສິ່ງທີ່ເບິ່ງບໍ່ເຫັນ, ດ້ວຍວ່າສິ່ງທີ່ເບິ່ງເຫັນນັ້ນກໍເປັນພຽງຊົ່ວຄາວ, ແຕ່ສິ່ງທີ່ເບິ່ງບໍ່ເຫັນກໍຖາວອນ.( 2 ໂກຣິນໂທ 4:18 )
ບໍ່ວ່າທ່ານກຳລັງສ່ຽງທີ່ຈະເສຍຊີວິດ ຫລື ກຳລັງມີສຸຂະພາບແຂງແຮງທີ່ສຸດ ຄວາມຕາຍກໍຖືກມອງວ່າເປັນສິ່ງທີ່ຮ້າຍແຮງທີ່ສຸດທີ່ອາດເກີດຂຶ້ນກັບເຮົາ. ແຕ່ມັນເປັນເຊັ່ນນັ້ນແທ້ບໍ? ຄວາມຕາຍແມ່ນສິ່ງສຸດທ້າຍທີ່ເຮົາເຫັນໃນຊີວິດຂອງມະນຸດ. ຄວາມຕາຍເປີດປະຕູສູ່ສິ່ງທີ່ເບິ່ງບໍ່ເຫັນສຳລັບເຮົາ ສູ່ສິ່ງທີ່ບໍ່ຮູ້ຈັກ.
ສິ່ງທີ່ບໍ່ຮູ້ຈັກໃນຊີວິດຂອງເຮົາ ຫລື ຫລັງຈາກຊີວິດນີ້ ຖືກຄວບຄຸມໂດຍຄວາມຢ້ານກົວຂອງເຮົາ ຫລື ໂດຍຄວາມເຊື່ອຂອງເຮົາ. ເຮົາສາມາດລ້ອມຕົນເອງດ້ວຍຄວາມມືດແຫ່ງຄວາມຢ້ານກົວ ຫລື ດ້ວຍຄວາມສະຫວ່າງແຫ່ງຄວາມເຊື່ອ. ດັ່ງທີ່ເຮົາເຫັນໃນຊີວິດເທິງແຜ່ນດິນໂລກນີ້ ຄົນທີ່ມີຄວາມເຊື່ອຈະປະສົບຜົນສຳເລັດໃນສິ່ງທີ່ພວກເຂົາເຮັດ. ແລະ ບໍ່ມີເຫດຜົນທີ່ຈະສົງໄສວ່າຄວາມເຊື່ອຈະສ່ອງແສງໃຫ້ແກ່ເສັ້ນທາງຫລັງຄວາມຕາຍສຳລັບຜູ້ທີ່ເຊື່ອ. ເສັ້ນທາງສູ່ຊີວິດທີ່ດີກວ່າຊີວິດເທິງແຜ່ນດິນໂລກນີ້ຫລາຍ.
ເພາະພຣະເຈົ້າຮັກໂລກຈົນໄດ້ມອບພຣະບຸດອົງດຽວຂອງພຣະອົງ ເພື່ອທຸກຄົນທີ່ເຊື່ອໃນພຣະບຸດນັ້ນຈະບໍ່ຈິບຫາຍ ແຕ່ມີຊີວິດອັນຕະຫລອດໄປເປັນນິດ.( ໂຢຮັນ 3:16 )
ດຽວນີ້ເຮົາຍັງມີຊີວິດຢູ່. ແລະ ເຮົາຂອບພຣະຄຸນພຣະເຈົ້າຂອງເຮົາສຳລັບທຸກນາທີທີ່ເຮົາມີຊີວິດຢູ່ໃນຕອນນີ້ ສຳລັບຄວາມສາມາດທີ່ຈະເບິ່ງເຫັນ ແລະ ຫາຍໃຈ ແລະ ສ້າງການປ່ຽນແປງໃນໂລກນີ້. ເຮົາຍັງສາມາດເຫັນຄົນທີ່ເຮົາຮັກ ແລະ ບອກພວກເຂົາວ່າພວກເຂົາມີຄວາມໝາຍຕໍ່ເຮົາຫລາຍພຽງໃດ.
ຄວາມຮັກມີໄຊຊະນະເໜືອຄວາມຢ້ານກົວ ແລະ ເປີດເຜີຍໃຫ້ເຫັນວ່າເຮົາເປັນໃຜແທ້ ຄືຜູ້ທີ່ຖືກສ້າງຂຶ້ນຕາມພຣະລັກສະນະຂອງພຣະເຈົ້າ. ແລະ ໂດຍການຜ່ານຄວາມຕາຍທາງກາຍ ແລະ ການເປັນຄືນມາຈາກຕາຍ ພຣະເຢຊູຄຣິດໄດ້ທຳລາຍໂສ້ແຫ່ງຄວາມຕາຍ ແລະ ນຳພຣະວິນຍານບໍລິສຸດມາໃຫ້ເຮົາ ຜູ້ຊ່ວຍທີ່ເບິ່ງບໍ່ເຫັນ ຜູ້ທີ່ບັດນີ້ສາມາດສະຖິດຢູ່ພາຍໃນເຮົາ.
ຄືອົງພຣະວິນຍານແຫ່ງຄວາມຈິງ. ໂລກບໍ່ອາດຈະຮັບພຣະອົງໄດ້ ເພາະໂລກບໍ່ເຫັນ ແລະ ບໍ່ຮູ້ຈັກພຣະອົງ. ແຕ່ພວກເຈົ້າຮູ້ຈັກພຣະອົງເພາະພຣະອົງຢູ່ກັບພວກເຈົ້າ ແລະ ຈະຢູ່ ໃນພວກເຈົ້າ.( ໂຢຮັນ 14:17 )
ພຣະວິນຍານທີ່ເຮົາໄດ້ຮັບນັ້ນບໍ່ແມ່ນວິນຍານແຫ່ງຄວາມຢ້ານກົວ ເພາະພຣະອົງນຳເຮົາໄປສູ່ຊີວິດນິລັນດອນ.
ເພາະພຣະວິນຍານທີ່ພຣະເຈົ້າໄດ້ໃຫ້ພວກເຮົານັ້ນບໍ່ໄດ້ເຮັດໃຫ້ພວກເຮົາມີໃຈອັນຢ້ານກົວ ແຕ່ມອບລິດອຳນາດ, ຄວາມຮັກ ແລະ ການຮູ້ຈັກບັງຄັບຕົນໃຫ້ແກ່ພວກເຮົາ.( 2 ຕີໂມທຽວ 1:7 )
ຈາກສິ່ງນີ້ເຮົາເຫັນໄດ້ວ່າ ຖ້າເຮົາຮູ້ສຶກຢ້ານກົວ ຄວາມຢ້ານນັ້ນບໍ່ໄດ້ມາຈາກພຣະວິນຍານທີ່ພຣະເຈົ້າປະທານໃຫ້ເຮົາ. ຖ້າເຮົາເດີນຢູ່ໃນຄວາມມືດແຫ່ງຄວາມຢ້ານກົວ ກໍໝາຍຄວາມວ່າເຮົາບໍ່ໄດ້ນຳຄວາມສະຫວ່າງແຫ່ງຄວາມເຊື່ອໃນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຮົາມາ.
ເມື່ອພຣະເຢຊູເຈົ້າໄດ້ກ່າວກັບປະຊາຊົນອີກ, ພຣະອົງກ່າວວ່າ, “ເຮົານີ້ແຫລະ ເປັນຄວາມສະຫວ່າງຂອງໂລກ. ຜູ້ໃດກໍຕາມທີ່ຕາມເຮົາມາຈະບໍ່ເດີນໃນຄວາມມືດ, ແຕ່ຈະມີຄວາມສະຫວ່າງແຫ່ງຊີວິດ”.( ໂຢຮັນ 8:12 )
ບັດນີ້ ໃນຂະນະທີ່ຢືນຢູ່ໃຈກາງຂອງໂລກລະບາດ ທ່ານຈະເລືອກສິ່ງໃດ - ຄວາມຢ້ານກົວ ຫລື ຄວາມເຊື່ອ? ເມື່ອຄົນອື່ນມອງມາທີ່ທ່ານໃນຄວາມມືດຂອງໂລກທີ່ໜ້າຢ້ານນີ້ ພວກເຂົາສາມາດເຫັນຄວາມສະຫວ່າງຂອງທ່ານບໍ?
ແນ່ນອນ ພຣະອົງຈະຊ່ວຍເຈົ້າໃຫ້ພົ້ນ ຈາກກັບດັກທັງຫລາຍ ແລະ ຈາກໂລກລະບາດອັນຮ້າຍແຮງ. ພຣະອົງຈະປົກປ້ອງເຈົ້າດ້ວຍປີກຂອງພຣະອົງ, ແລະ ເຈົ້າຈະລີ້ໄພຢູ່ໃຕ້ຫົ່ມປີກຂອງພຣະອົງ; ຄວາມສັດຊື່ຂອງພຣະອົງເປັນໂລ່ ແລະ ເປັນປ້ອມປ້ອງກັນຂອງເຈົ້າ. ເຈົ້າຈະບໍ່ຕ້ອງຢ້ານຄວາມຢ້ານກົວໃນເວລາກາງຄືນ ຫລື ລູກສອນທີ່ຍິງເຂົ້າໃສ່ໃນເວລາກາງເວັນ, ຫລື ບໍ່ຕ້ອງຢ້ານໂລກລະບາດທີ່ຄຸກຄາມໃນຄວາມມືດ ຫລື ໄພພິບັດທີ່ທຳລາຍໃນເວລາກາງເວັນ. ຄົນເປັນພັນອາດຈະລົ້ມລົງຕາຍຢູ່ຂ້າງເຈົ້າ, ຄົນເປັນໝື່ນຢູ່ທີ່ຂວາມືຂອງເຈົ້າ, ແຕ່ໄພພິບັດນັ້ນຈະບໍ່ມາໃກ້ເຈົ້າ.( ເພງສັນລະເສີນ 91:3-7 )
ເຮົາໄດ້ສັ່ງເຈົ້າແລ້ວບໍ່ແມ່ນບໍ? ຈົ່ງເຂັ້ມແຂງ ແລະ ກ້າຫານ. ຢ່າຢ້ານເລີຍ; ຢ່າທໍ້ໃຈ, ເພາະພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າຈະຢູ່ກັບເຈົ້າທຸກບ່ອນທີ່ເຈົ້າໄປ”.( ໂຢຊວຍ 1:9 )
ໃນໂລກຂອງເຮົາ ບໍ່ມີສິ່ງໃດເກີດຂຶ້ນໂດຍບໍ່ມີເຫດຜົນ. ແລ້ວໂລກລະບາດນີ້ຈະສອນຫຍັງແກ່ເຮົາ? ເຮົາຈະສາມາດເຫັນຄຸນຄ່າຂອງຊີວິດມະນຸດແທ້ໆບໍ? ເຮົາຈະສາມາດເຫັນຄຸນຄ່າຂອງມິດຕະພາບແທ້ ແລະ ສະແດງຄວາມຂອບໃຈສຳລັບສິ່ງທີ່ເຮົາມີບໍ? ມັນຈະຢຸດການແຂ່ງຂັນອັນໄຮ້ຄວາມໝາຍເພື່ອຮູບທີ່ສວຍກວ່າໃນ Instagram ແລະ ຜູ້ຕິດຕາມທີ່ຫລາຍຂຶ້ນໃນວິດີໂອ YouTube ຂອງເຮົາບໍ? ມັນຈະຢຸດສົງຄາມເພື່ອເງິນ ແລະ ອຳນາດບໍ? ມັນຈະເຮັດໃຫ້ທ້ອງຟ້າກັບມາເປັນສີຟ້າອີກສຳລັບຄົນລຸ້ນຫລັງບໍ? ໃນທີ່ສຸດ ເຮົາຈະສາມາດເອົາຜ້າກັ້ງອອກຈາກຕາຂອງເຮົາ ແລະ ເຫັນໂລກທີ່ແທ້ຈິງທີ່ພຣະບິດາຂອງເຮົາໄດ້ສ້າງຂຶ້ນບໍ?
ເຮົາມອບສັນຕິສຸກໄວ້ກັບພວກເຈົ້າ, ສັນຕິສຸກທີ່ເຮົາມອບໃຫ້ນັ້ນບໍ່ເໝືອນສັນຕິສຸກທີ່ໂລກໃຫ້. ຢ່າໃຫ້ໃຈຂອງພວກເຈົ້າວຸ້ນວາຍໄປ ແລະ ຢ່າຢ້ານເລີຍ.( ໂຢຮັນ 14:27 )