ຂ້າມໄປຫາເນື້ອໃນຕົ້ນຕໍ

ພຣະເຢຊູເປັນພຣະເມຊີອາບໍ?

Jesus sculpture

ເຮົາມັກໄດ້ຍິນກ່ຽວກັບພຣະເຢຊູ ແລະ ກ່ຽວກັບຄວາມຈິງທີ່ວ່າພຣະອົງໄດ້ຊ່ວຍເຮົາໃຫ້ລອດ ໂດຍການສິ້ນພຣະຊົນເທິງໄມ້ກາງແຂນເພື່ອເຮົາ. ແລະ ທຸກຄົນທີ່ເຊື່ອໃນພຣະອົງກໍມີຊີວິດນິລັນດອນ.

ການຊ່ວຍຊີວິດຂອງເຮົາໃຫ້ລອດ – ນັ້ນແມ່ນບົດບາດຂອງພຣະເມຊີອາທີ່ຄອຍຖ້າ... ແຕ່ພຣະເຢຊູເປັນພຣະເມຊີອາແທ້ບໍ ຫລື ເຮົາຕ້ອງຄອຍຖ້າຜູ້ອື່ນ?

ຂໍ້ມູນສ່ວນໃຫຍ່ກ່ຽວກັບຜູ້ທີ່ຖືກເລືອກໄວ້ ຜູ້ທີ່ຈະຊ່ວຍເຮົາທຸກຄົນໃຫ້ລອດ ເຮົາໄດ້ມາຈາກໜັງສືຂອງຜູ້ທຳນວາຍເອຊາຢາ ເຊິ່ງມີຊີວິດຢູ່ ແລະ ທຳນວາຍປະມານສະຕະວັດທີ 8 ກ່ອນຄຣິດສັກກະລາດ. ໂດຍປະມານ ນັ້ນແມ່ນ 700 ປີກ່ອນພຣະເຢຊູປະສູດ.

ໜໍ່​ໜຶ່ງ​ຈະ​ງອກ​ຂຶ້ນ​ມາ​ຈາກ​ຕໍ​ຂອງ​ເຢຊີ; ກິ່ງ​ໜຶ່ງ​ຈະ​ເກີດ​ຜົນ​ຈາກ​ຮາກ​ຂອງ​ເພິ່ນ. ພຣະວິນຍານ​ຂອງ​ພຣະເຈົ້າ​ຢາເວ​ຈະ​ສະຖິດ​ຢູ່​ກັບ​ເພິ່ນ ຄື​ອົງ​ພຣະວິນຍານ​ແຫ່ງ​ສະຕິປັນຍາ ແລະ ຄວາມ​ເຂົ້າໃຈ, ພຣະວິນຍານ​ແຫ່ງ​ທີ່ປຶກສາ ແລະ ລິດ​ອໍານາດ, ພຣະວິນຍານ​ແຫ່ງ​ຄວາມ​ຮູ້ ແລະ ຄວາມ​ຢຳເກງ​ພຣະເຈົ້າ​ຢາເວ ແລະ ເພິ່ນ​ຜູ້​ນັ້ນ​ຈະ​ຍິນດີ​ໃນ​ການ​ຢຳເກງ​ພຣະເຈົ້າ​ຢາເວ. ເພິ່ນ​ຈະ​ບໍ່​ພິພາກສາ​ຕາມ​ສິ່ງ​ທີ່​ເພິ່ນ​ໄດ້​ເຫັນ​ພາຍນອກ​ດ້ວຍ​ຕາ​ຂອງ​ເພິ່ນ, ຫລື ຕັດສິນໃຈ​ຕາມ​ສິ່ງ​ທີ່​ເພິ່ນ​ໄດ້​ຍິນ​ດ້ວຍ​ຫູ​ຂອງ​ເພິ່ນ; ແຕ່​ເພິ່ນ​ຈະ​ພິພາກສາ​ຄົນ​ຂັດສົນ​ດ້ວຍ​ຄວາມ​ຊອບທຳ, ແລະ ຕັດສິນ​ຢ່າງ​ຍຸຕິທຳ​ເພື່ອ​ຄົນ​ທຸກຍາກ​ໃນ​ແຜ່ນດິນ​ໂລກ. ເພິ່ນ​ຈະ​ຕີ​ໂລກ​ດ້ວຍ​ຄຳ​ພິພາກສາ​ຈາກ​ປາກ​ຂອງ​ເພິ່ນ; ເພິ່ນ​ຈະ​ຂ້າ​ຄົນ​ຊົ່ວ​ດ້ວຍ​ລົມ​ຈາກ​ປາກ​ຂອງ​ເພິ່ນ. ຄວາມ​ຊອບທຳ​ຈະ​ເປັນ​ສາຍແອວ​ຂອງ​ເພິ່ນ ແລະ ຄວາມ​ສັດຊື່​ຈະ​ເປັນ​ສາຍ​ມັດ​ແອວ​ຂອງ​ເພິ່ນ.
( ເອຊາຢາ 11:1-5 )

ເຮົາຄາດຫວັງວ່າພຣະເມຊີອາຈະເປັນເຊື້ອສາຍຂອງກະສັດດາວິດ…

“ນີ້​ຄື​ຜູ້ຮັບໃຊ້​ຂອງ​ເຮົາ, ທີ່​ເຮົາ​ເຝົ້າ​ເບິ່ງແຍງ, ຜູ້​ທີ່​ເຮົາ​ໄດ້​ເລືອກ​ໄວ້ ທີ່​ເຮົາ​ຊົມຊື່ນ; ເຮົາ​ຈະ​ເອົາ​ວິນຍານ​ຂອງ​ເຮົາ​ລົງ​ໃສ່​ໃນ​ລາວ, ແລະ ລາວ​ຈະ​ນຳ​ຄວາມ​ຍຸຕິທຳ​ໄປ​ເຖິງ​ຊົນຊາດ​ຕ່າງໆ. ລາວ​ຈະ​ບໍ່​ໂຫ່ຮ້ອງ ຫລື ສົ່ງ​ສຽງ​ຮ້ອງ, ຫລື ບໍ່​ເປັ່ງ​ສຽງ​ຂອງ​ລາວ​ຕາມ​ຖະໜົນ. ຕົ້ນອໍ້​ຊ້ຳ​ແລ້ວ ລາວ​ຈະ​ບໍ່​ຫັກ, ແລະ ໄສ້​ຕະ​ກຽງ​ທີ່​ກໍາລັງ​ຈະ​ມອດ ລາວ​ຈະ​ບໍ່​ດັບ. ລາວ​ຈະ​ນຳ​ຄວາມ​ຍຸຕິທຳ​ມາ​ຢ່າງ​ສັດຊື່; ລາວ​ຈະ​ບໍ່​ສະດຸດ ຫລື ທໍ້​ຖອຍ ຈົນ​ກວ່າ​ລາວ​ຈະ​ໄດ້​ຕັ້ງ​ຄວາມ​ຍຸຕິທຳ​ຂຶ້ນ​ໃນ​ໂລກ. ໝູ່​ເກາະ​ຈະ​ຝາກ​ຄວາມ​ຫວັງ​ໄວ້​ທີ່​ຄຳສັ່ງສອນ​ຂອງ​ລາວ”. ນີ້​ຄື​ສິ່ງ​ທີ່​ພຣະເຈົ້າ ພຣະເຈົ້າ​ຢາເວ​ກ່າວ ພຣະອົງ​ຜູ້​ສ້າງ​ຟ້າ​ສະຫວັນ ແລະ ກາງ​ມັນ​ອອກ, ຜູ້​ທີ່​ແຜ່​ແຜ່ນດິນ​ໂລກ​ອອກ​ໄປ​ພ້ອມ​ກັບ​ສັບພະສິ່ງ​ທີ່​ເກີດ​ຈາກ​ໂລກ, ຜູ້​ໃຫ້​ລົມຫາຍໃຈ​ແກ່​ມະນຸດ, ແລະ ໃຫ້​ຊີວິດ​ແກ່​ທຸກຄົນ​ທີ່​ເດີນ​ໃນ​ໂລກ: “ເຮົາ, ພຣະເຈົ້າ​ຢາເວ, ໄດ້​ເອີ້ນ​ເຈົ້າ​ມາ​ດ້ວຍ​ຄວາມ​ຊອບທຳ; ເຮົາ​ຈະ​ຈັບ​ມື​ເຈົ້າ​ໄວ້. ເຮົາ​ຈະ​ຄຸ້ມຄອງ​ເຈົ້າ ແລະ ເຮັດ​ໃຫ້​ເຈົ້າ ເປັນ​ຄຳໝັ້ນສັນຍາ​ສຳລັບ​ບັນດາ​ປະຊາຊາດ ແລະ ເປັນ​ແສງສະຫວ່າງ​ແກ່​ບັນດາ​ຄົນຕ່າງຊາດ, ໃຫ້​ເປີດ​ຕາ​ຂອງ​ຄົນ​ຕາບອດ, ເພື່ອ​ປົດປ່ອຍ​ຊະເລີຍ​ໃຫ້​ເປັນ​ອິດສະຫລະ​ຈາກ​ຄຸກ ແລະ ປົດປ່ອຍ​ຜູ້​ທີ່​ນັ່ງ​ຢູ່​ໃນ​ຄວາມ​ມືດ​ອອກ​ຈາກ​ບ່ອນ​ຄຸມ​ຂັງ.
( ເອຊາຢາ 42:1-7 )

ໃນທີ່ນີ້ເຮົາເຫັນວ່າ “ຜູ້ຮັບໃຊ້” ຈະຖ່ອມໃຈ ຈະບໍ່ເປັ່ງສຽງຂອງຕົນຕໍ່ໜ້າຄົນທັງຫລາຍ ຈະເປີດຕາຂອງຄົນຕາບອດ…

ເອຊາຢາບອກຫຍັງອີກກ່ຽວກັບພຣະອົງໃນໜັງສືຂອງເພິ່ນ? ຄົນອື່ນຈະປະຕິບັດຕໍ່ພຣະເມຊີອາແນວໃດ? ມີຫຍັງເກີດຂຶ້ນກັບພຣະອົງ ແລະ ສິ່ງນັ້ນມີຄວາມໝາຍແນວໃດສຳລັບເຮົາ? ເພື່ອຕອບຄຳຖາມນີ້ ເອຊາຢາໄດ້ກ້າວໄປສູ່ອະນາຄົດ ແລະ ເວົ້າກັບເຮົາໂດຍກົງ ກ່ຽວກັບພຣະເມຊີອາທີ່ເຮົາໄດ້ປະຕິເສດແລ້ວ.

ຜູ້ໃດ​ແດ່​ໄດ້​ເຊື່ອ​ຖ້ອຍຄຳ​ຂອງ​ພວກເຮົາ ແລະ ແຂນ​ຂອງ​ພຣະເຈົ້າ​ຢາເວ ໄດ້​ສະແດງ​ແກ່​ຜູ້ໃດ? ເພິ່ນ​ໃຫຍ່​ຂຶ້ນ​ຕໍ່ໜ້າ​ພຣະອົງ​ດັ່ງ​ໜໍ່​ອ່ອນ, ແລະ ເໝືອນ​ຮາກ​ທີ່​ພົ້ນ​ອອກ​ມາ​ເທິງ​ພື້ນດິນ​ແຫ້ງ. ເພິ່ນ​ບໍ່​ມີ​ຄວາມ​ງາມ ຫລື ຄວາມ​ສະຫງ່າຜ່າເຜີຍ​ທີ່​ຈະ​ດຶງ​ດູດ​ພວກເຮົາ​ເຂົ້າ​ໄປ​ຫາ​ເພິ່ນ, ຮູບ​ລັກສະນະ​ຂອງ​ເພິ່ນ​ບໍ່​ມີ​ສິ່ງ​ໃດ​ໃຫ້​ປາຖະໜາ. ເພິ່ນ​ຖືກ​ມະນຸດ​ດູໜິ່ນ ແລະ ປະຖິ້ມ, ເປັນ​ຄົນ​ທຸກ ແລະ ຄຸ້ນເຄີຍ​ກັບ​ຄວາມ​ທຸກ​ທໍລະມານ. ເປັນ​ຄົນ​ທີ່​ໃຜ​ກໍ​ປິ່ນ​ໜ້າ​ໜີ ເພິ່ນ​ຖືກ​ດູຖູກ​ຢຽບຢາມ, ແລະ ພວກເຮົາ​ກໍ​ບໍ່​ນັບ​ຖື​ເພິ່ນ. ແທ້ຈິງ ເພິ່ນ​ໄດ້​ຮັບ​ຄວາມ​ເຈັບປວດ​ທັງຫລາຍ​ຂອງ​ພວກເຮົາ ແລະ ແບກ​ຮັບ​ຄວາມ​ທຸກ​ໂສກ​ຂອງ​ພວກເຮົາ, ເຖິງປານນັ້ນ ພວກເຮົາ​ກໍ​ຖື​ວ່າ​ເພິ່ນ​ຖືກ​ພຣະເຈົ້າ​ລົງໂທດ, ຄື​ຖືກ​ພຣະອົງ​ຂ້ຽນຕີ, ແລະ ທໍລະມານ. ແຕ່​ເພິ່ນ​ຖືກ​ແທງ​ເພາະ​ການ​ລ່ວງລະເມີດ​ຂອງ​ພວກເຮົາ, ເພິ່ນ​ເຈັບຊ້ຳ​ເພາະ​ຄວາມ​ຊົ່ວຊ້າ​ຂອງ​ພວກເຮົາ; ເພິ່ນ​ຮັບ​ໂທດ​ເພື່ອ​ພວກເຮົາ​ຈະ​ມີ​ສັນຕິສຸກ, ແລະ ດ້ວຍ​ບາດແຜ​ຂອງ​ພຣະອົງ​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ການ​ຮັກສາ​ໃຫ້​ຫາຍ. ພວກເຮົາ​ທຸກຄົນ, ຫລົງ​ເສຍ​ໄປ, ດັ່ງ​ແກະ, ແຕ່ລະຄົນ​ຫັນ​ໄປ​ຕາມ​ທາງ​ຂອງ​ຕົນ; ແລະ ພຣະເຈົ້າ​ຢາເວ​ໄດ້​ວາງ​ໂທດ​ຂອງ​ພວກເຮົາ​ທຸກຄົນ ໄວ້​ເທິງ​ໂຕ​ເພິ່ນ. ເພິ່ນ​ຖືກ​ກົດຂີ່​ຂົ່ມເຫັງ ແລະ ທົນທຸກ​ທໍລະມານ, ແຕ່​ກໍ​ບໍ່​ເຄີຍ​ເປີດ​ປາກ​ເວົ້າ; ເພິ່ນ​ຖືກ​ນຳ​ໂຕ​ໄປ​ເໝືອນ​ລູກແກະ​ທີ່​ຖືກ​ນຳ​ໄປ​ຂ້າ, ແລະ ເໝືອນ​ແກະແມ່​ທີ່​ງຽບ​ຢູ່​ຕໍ່ໜ້າ​ຄົນ​ຕັດ​ຂົນ, ດັ່ງນັ້ນ ເພິ່ນ​ກໍ​ບໍ່​ໄດ້​ເປີດ​ປາກ​ຂອງ​ເພິ່ນ. ເພິ່ນ​ຖືກ​ນຳ​ໂຕ​ອອກ​ໄປ​ໂດຍ​ການ​ກົດຂີ່ຂົມເຫັງ ແລະ​ການ​ພິພາກສາ ແລະ ຜູ້ໃດ​ແດ່​ຈະ​ເວົ້າ​ເຖິງ​ເຊື້ອສາຍ​ຂອງ​ເພິ່ນ​ໄດ້? ເພາະ​ເພິ່ນ​ຖືກ​ຕັດ​ຂາດ​ຈາກ​ດິນແດນ​ຜູ້​ມີ​ຊີວິດ; ເພິ່ນ​ຖືກ​ຕີ​ເພາະ​ການ​ລ່ວງລະເມີດ​ຂອງ​ປະຊາຊົນ​ຂອງ​ເຮົາ. ເພິ່ນ​ຖືກ​ຝັງ​ໃນ​ຂຸມຝັງສົບ​ຮ່ວມ​ກັບ​ຄົນ​ຊົ່ວ, ແລະ ຝັງ​ຮ່ວມ​ກັບ​ເສດ​ຖີ​ໃນ​ຄວາມ​ຕາຍ​ຂອງ​ທ່ານ, ທັງໆ​ທີ່​ເພິ່ນ​ບໍ່​ເຄີຍ​ເຮັດຫຍັງ​ຮຸນແຮງ, ຫລື ບໍ່​ເຄີຍ​ເວົ້າ​ຄຳຕົວະ​ຫລອກລວງ. ເຖິງປານນັ້ນ​ກໍ​ແມ່ນ​ພຣະປະສົງ​ຂອງ​ພຣະເຈົ້າ​ຢາເວ​ທີ່​ຈະ​ບຸກໂຈມຕີ ແລະ ເຮັດ​ໃຫ້​ເພິ່ນ​ທຸກທໍລະມານ, ແລະ ເຖິງ​ແມ່ນ​ພຣະອົງ​ໃຊ້​ຊີວິດ​ຂອງ​ເພິ່ນ​ເປັນ​ເຄື່ອງບູຊາ​ລຶບລ້າງ​ຄວາມ​ບາບ, ແຕ່​ເພິ່ນ​ຈະ​ເຫັນ​ເຊື້ອສາຍ​ຂອງ​ຕົນ ແລະ ວັນ​ຄືນ​ຂອງ​ເພິ່ນ​ກໍ​ຈະ​ຍາວນານ, ພຣະປະສົງ​ຂອງ​ພຣະເຈົ້າ​ຢາເວ​ຈະ​ຈະເລີນ​ຮຸ່ງເຮືອງ​ໃນ​ມື​ຂອງ​ເພິ່ນ. ຫລັງຈາກ​ທີ່​ຊີວິດ​ຈິດໃຈ​ຂອງ​ເພິ່ນ ຕ້ອງ​ທຸກທໍລະມານ​ແລ້ວ, ເພິ່ນ​ຈະ​ໄດ້​ເຫັນ​ແສງສະຫວ່າງ​ແຫ່ງ​ຊີວິດ ແລະ​ເພິ່ນ​ຈະ​ພໍໃຈ; ໂດຍ​ຄວາມ​ຮູ້​ຂອງ​ເພິ່ນ​ຄື​ຜູ້ຮັບໃຊ້​ທີ່​ຊອບທໍາ​ຂອງ​ເຮົາ​ຈະ​ເຮັດ​ໃຫ້​ຄົນ​ເປັນ​ຈຳນວນ​ຫລາຍ​ກາຍເປັນ​ຜູ້​ຊອບທຳ, ແລະ ເພິ່ນ​ຈະ​ແບກ​ຄວາມ​ຊົ່ວ​ຊ້າ​ຂອງ​ຄົນ​ເຫລົ່ານັ້ນ. ເຫດສະນັ້ນ ເຮົາ​ຈະ​ໃຫ້​ເພິ່ນ​ມີ​ສ່ວນ​ແບ່ງ​ໃນ​ໝູ່​ຜູ້​ຍິ່ງໃຫຍ່, ແລະ ເພິ່ນ​ຈະ​ແບ່ງ​ລາງວັນ​ກັບ​ຜູ້​ແຂງແຮງ, ເພາະ​ເພິ່ນ​ຍອມ​ມອບ​ຊີວິດ ແລະ ຖືກ​ນັບ​ເປັນ​ພວກ​ດຽວ​ກັບ​ຄົນ​ທີ່​ລ່ວງລະເມີດ. ເພາະ​ເພິ່ນ​ແບກ​ຮັບ​ບາບ​ຂອງ​ຄົນ​ເປັນ​ຈຳນວນຫລາຍ, ແລະ ໄດ້​ອະທິຖານ​ເພື່ອ​ຄົນ​ທີ່​ລ່ວງ​ລະເມີດ
( ເອຊາຢາ 53:1-12 )

ເຮົາເຫັນວ່າພຣະເມຊີອາທີ່ຖືກປະຕິເສດ ແລະ ຖືກດູໝິ່ນນັ້ນ ໄດ້ສິ້ນພຣະຊົນເພາະບາບຂອງເຮົາ ເໝືອນລູກແກະທີ່ຖືກຂ້າ. ພຣະອົງສິ້ນພຣະຊົນໂດຍບໍ່ມີເຊື້ອສາຍ ແຕ່ເຖິງຢ່າງນັ້ນພຣະອົງ “ຈະມີອາຍຸຍືນ” ແລະ “ຈະມີເຊື້ອສາຍຫລາຍ”. ນີ້ອາດໝາຍຄວາມວ່າ ພຣະເມຊີອາຈະເປັນຄືນມາຈາກຕາຍຫລັງຈາກສິ້ນພຣະຊົນ ບໍ່ວ່າຈະຢູ່ເທິງແຜ່ນດິນໂລກ ຫລື ໃນສະຫວັນ ແລະ ຈະມີລູກທັງທາງກາຍ ຫລື ທາງຝ່າຍວິນຍານ.

ບັດນີ້ ເພື່ອເປັນການຝຶກຫັດສຳລັບຕົວທ່ານເອງ ແລະ ເພື່ອຕັດສິນວ່າພຣະເຢຊູເປັນພຣະເມຊີອາທີ່ຄອຍຖ້າຫລືບໍ່ ຂໍໃຫ້ອ່ານຄຳພະຍານກ່ຽວກັບພຣະເຢຊູຄຣິດຈາກມັດທາຍ ມາຣະໂກ ໂຢຮັນ ຜູ້ທີ່ໄດ້ໃຊ້ເວລາສ່ວນໃຫຍ່ຂອງຊີວິດຢູ່ກັບພຣະເຢຊູແທ້ໆ ແລະ ຈາກທ່ານໝໍລູກາ ຜູ້ທີ່ໄດ້ລວບລວມຂໍ້ເທັດຈິງກ່ຽວກັບຊີວິດຂອງພຣະເຢຊູຄຣິດຊາວນາຊາເຣັດຢ່າງລະອຽດ…