ພຣະເຢຊູເປັນພຣະເມຊີອາບໍ?
ເຮົາມັກໄດ້ຍິນກ່ຽວກັບພຣະເຢຊູ ແລະ ກ່ຽວກັບຄວາມຈິງທີ່ວ່າພຣະອົງໄດ້ຊ່ວຍເຮົາໃຫ້ລອດ ໂດຍການສິ້ນພຣະຊົນເທິງໄມ້ກາງແຂນເພື່ອເຮົາ. ແລະ ທຸກຄົນທີ່ເຊື່ອໃນພຣະອົງກໍມີຊີວິດນິລັນດອນ.
ການຊ່ວຍຊີວິດຂອງເຮົາໃຫ້ລອດ – ນັ້ນແມ່ນບົດບາດຂອງພຣະເມຊີອາທີ່ຄອຍຖ້າ... ແຕ່ພຣະເຢຊູເປັນພຣະເມຊີອາແທ້ບໍ ຫລື ເຮົາຕ້ອງຄອຍຖ້າຜູ້ອື່ນ?
ຂໍ້ມູນສ່ວນໃຫຍ່ກ່ຽວກັບຜູ້ທີ່ຖືກເລືອກໄວ້ ຜູ້ທີ່ຈະຊ່ວຍເຮົາທຸກຄົນໃຫ້ລອດ ເຮົາໄດ້ມາຈາກໜັງສືຂອງຜູ້ທຳນວາຍເອຊາຢາ ເຊິ່ງມີຊີວິດຢູ່ ແລະ ທຳນວາຍປະມານສະຕະວັດທີ 8 ກ່ອນຄຣິດສັກກະລາດ. ໂດຍປະມານ ນັ້ນແມ່ນ 700 ປີກ່ອນພຣະເຢຊູປະສູດ.
ໜໍ່ໜຶ່ງຈະງອກຂຶ້ນມາຈາກຕໍຂອງເຢຊີ; ກິ່ງໜຶ່ງຈະເກີດຜົນຈາກຮາກຂອງເພິ່ນ. ພຣະວິນຍານຂອງພຣະເຈົ້າຢາເວຈະສະຖິດຢູ່ກັບເພິ່ນ ຄືອົງພຣະວິນຍານແຫ່ງສະຕິປັນຍາ ແລະ ຄວາມເຂົ້າໃຈ, ພຣະວິນຍານແຫ່ງທີ່ປຶກສາ ແລະ ລິດອໍານາດ, ພຣະວິນຍານແຫ່ງຄວາມຮູ້ ແລະ ຄວາມຢຳເກງພຣະເຈົ້າຢາເວ ແລະ ເພິ່ນຜູ້ນັ້ນຈະຍິນດີໃນການຢຳເກງພຣະເຈົ້າຢາເວ. ເພິ່ນຈະບໍ່ພິພາກສາຕາມສິ່ງທີ່ເພິ່ນໄດ້ເຫັນພາຍນອກດ້ວຍຕາຂອງເພິ່ນ, ຫລື ຕັດສິນໃຈຕາມສິ່ງທີ່ເພິ່ນໄດ້ຍິນດ້ວຍຫູຂອງເພິ່ນ; ແຕ່ເພິ່ນຈະພິພາກສາຄົນຂັດສົນດ້ວຍຄວາມຊອບທຳ, ແລະ ຕັດສິນຢ່າງຍຸຕິທຳເພື່ອຄົນທຸກຍາກໃນແຜ່ນດິນໂລກ. ເພິ່ນຈະຕີໂລກດ້ວຍຄຳພິພາກສາຈາກປາກຂອງເພິ່ນ; ເພິ່ນຈະຂ້າຄົນຊົ່ວດ້ວຍລົມຈາກປາກຂອງເພິ່ນ. ຄວາມຊອບທຳຈະເປັນສາຍແອວຂອງເພິ່ນ ແລະ ຄວາມສັດຊື່ຈະເປັນສາຍມັດແອວຂອງເພິ່ນ.( ເອຊາຢາ 11:1-5 )
ເຮົາຄາດຫວັງວ່າພຣະເມຊີອາຈະເປັນເຊື້ອສາຍຂອງກະສັດດາວິດ…
“ນີ້ຄືຜູ້ຮັບໃຊ້ຂອງເຮົາ, ທີ່ເຮົາເຝົ້າເບິ່ງແຍງ, ຜູ້ທີ່ເຮົາໄດ້ເລືອກໄວ້ ທີ່ເຮົາຊົມຊື່ນ; ເຮົາຈະເອົາວິນຍານຂອງເຮົາລົງໃສ່ໃນລາວ, ແລະ ລາວຈະນຳຄວາມຍຸຕິທຳໄປເຖິງຊົນຊາດຕ່າງໆ. ລາວຈະບໍ່ໂຫ່ຮ້ອງ ຫລື ສົ່ງສຽງຮ້ອງ, ຫລື ບໍ່ເປັ່ງສຽງຂອງລາວຕາມຖະໜົນ. ຕົ້ນອໍ້ຊ້ຳແລ້ວ ລາວຈະບໍ່ຫັກ, ແລະ ໄສ້ຕະກຽງທີ່ກໍາລັງຈະມອດ ລາວຈະບໍ່ດັບ. ລາວຈະນຳຄວາມຍຸຕິທຳມາຢ່າງສັດຊື່; ລາວຈະບໍ່ສະດຸດ ຫລື ທໍ້ຖອຍ ຈົນກວ່າລາວຈະໄດ້ຕັ້ງຄວາມຍຸຕິທຳຂຶ້ນໃນໂລກ. ໝູ່ເກາະຈະຝາກຄວາມຫວັງໄວ້ທີ່ຄຳສັ່ງສອນຂອງລາວ”. ນີ້ຄືສິ່ງທີ່ພຣະເຈົ້າ ພຣະເຈົ້າຢາເວກ່າວ ພຣະອົງຜູ້ສ້າງຟ້າສະຫວັນ ແລະ ກາງມັນອອກ, ຜູ້ທີ່ແຜ່ແຜ່ນດິນໂລກອອກໄປພ້ອມກັບສັບພະສິ່ງທີ່ເກີດຈາກໂລກ, ຜູ້ໃຫ້ລົມຫາຍໃຈແກ່ມະນຸດ, ແລະ ໃຫ້ຊີວິດແກ່ທຸກຄົນທີ່ເດີນໃນໂລກ: “ເຮົາ, ພຣະເຈົ້າຢາເວ, ໄດ້ເອີ້ນເຈົ້າມາດ້ວຍຄວາມຊອບທຳ; ເຮົາຈະຈັບມືເຈົ້າໄວ້. ເຮົາຈະຄຸ້ມຄອງເຈົ້າ ແລະ ເຮັດໃຫ້ເຈົ້າ ເປັນຄຳໝັ້ນສັນຍາສຳລັບບັນດາປະຊາຊາດ ແລະ ເປັນແສງສະຫວ່າງແກ່ບັນດາຄົນຕ່າງຊາດ, ໃຫ້ເປີດຕາຂອງຄົນຕາບອດ, ເພື່ອປົດປ່ອຍຊະເລີຍໃຫ້ເປັນອິດສະຫລະຈາກຄຸກ ແລະ ປົດປ່ອຍຜູ້ທີ່ນັ່ງຢູ່ໃນຄວາມມືດອອກຈາກບ່ອນຄຸມຂັງ.( ເອຊາຢາ 42:1-7 )
ໃນທີ່ນີ້ເຮົາເຫັນວ່າ “ຜູ້ຮັບໃຊ້” ຈະຖ່ອມໃຈ ຈະບໍ່ເປັ່ງສຽງຂອງຕົນຕໍ່ໜ້າຄົນທັງຫລາຍ ຈະເປີດຕາຂອງຄົນຕາບອດ…
ເອຊາຢາບອກຫຍັງອີກກ່ຽວກັບພຣະອົງໃນໜັງສືຂອງເພິ່ນ? ຄົນອື່ນຈະປະຕິບັດຕໍ່ພຣະເມຊີອາແນວໃດ? ມີຫຍັງເກີດຂຶ້ນກັບພຣະອົງ ແລະ ສິ່ງນັ້ນມີຄວາມໝາຍແນວໃດສຳລັບເຮົາ? ເພື່ອຕອບຄຳຖາມນີ້ ເອຊາຢາໄດ້ກ້າວໄປສູ່ອະນາຄົດ ແລະ ເວົ້າກັບເຮົາໂດຍກົງ ກ່ຽວກັບພຣະເມຊີອາທີ່ເຮົາໄດ້ປະຕິເສດແລ້ວ.
ຜູ້ໃດແດ່ໄດ້ເຊື່ອຖ້ອຍຄຳຂອງພວກເຮົາ ແລະ ແຂນຂອງພຣະເຈົ້າຢາເວ ໄດ້ສະແດງແກ່ຜູ້ໃດ? ເພິ່ນໃຫຍ່ຂຶ້ນຕໍ່ໜ້າພຣະອົງດັ່ງໜໍ່ອ່ອນ, ແລະ ເໝືອນຮາກທີ່ພົ້ນອອກມາເທິງພື້ນດິນແຫ້ງ. ເພິ່ນບໍ່ມີຄວາມງາມ ຫລື ຄວາມສະຫງ່າຜ່າເຜີຍທີ່ຈະດຶງດູດພວກເຮົາເຂົ້າໄປຫາເພິ່ນ, ຮູບລັກສະນະຂອງເພິ່ນບໍ່ມີສິ່ງໃດໃຫ້ປາຖະໜາ. ເພິ່ນຖືກມະນຸດດູໜິ່ນ ແລະ ປະຖິ້ມ, ເປັນຄົນທຸກ ແລະ ຄຸ້ນເຄີຍກັບຄວາມທຸກທໍລະມານ. ເປັນຄົນທີ່ໃຜກໍປິ່ນໜ້າໜີ ເພິ່ນຖືກດູຖູກຢຽບຢາມ, ແລະ ພວກເຮົາກໍບໍ່ນັບຖືເພິ່ນ. ແທ້ຈິງ ເພິ່ນໄດ້ຮັບຄວາມເຈັບປວດທັງຫລາຍຂອງພວກເຮົາ ແລະ ແບກຮັບຄວາມທຸກໂສກຂອງພວກເຮົາ, ເຖິງປານນັ້ນ ພວກເຮົາກໍຖືວ່າເພິ່ນຖືກພຣະເຈົ້າລົງໂທດ, ຄືຖືກພຣະອົງຂ້ຽນຕີ, ແລະ ທໍລະມານ. ແຕ່ເພິ່ນຖືກແທງເພາະການລ່ວງລະເມີດຂອງພວກເຮົາ, ເພິ່ນເຈັບຊ້ຳເພາະຄວາມຊົ່ວຊ້າຂອງພວກເຮົາ; ເພິ່ນຮັບໂທດເພື່ອພວກເຮົາຈະມີສັນຕິສຸກ, ແລະ ດ້ວຍບາດແຜຂອງພຣະອົງເຮັດໃຫ້ເຮົາໄດ້ຮັບການຮັກສາໃຫ້ຫາຍ. ພວກເຮົາທຸກຄົນ, ຫລົງເສຍໄປ, ດັ່ງແກະ, ແຕ່ລະຄົນຫັນໄປຕາມທາງຂອງຕົນ; ແລະ ພຣະເຈົ້າຢາເວໄດ້ວາງໂທດຂອງພວກເຮົາທຸກຄົນ ໄວ້ເທິງໂຕເພິ່ນ. ເພິ່ນຖືກກົດຂີ່ຂົ່ມເຫັງ ແລະ ທົນທຸກທໍລະມານ, ແຕ່ກໍບໍ່ເຄີຍເປີດປາກເວົ້າ; ເພິ່ນຖືກນຳໂຕໄປເໝືອນລູກແກະທີ່ຖືກນຳໄປຂ້າ, ແລະ ເໝືອນແກະແມ່ທີ່ງຽບຢູ່ຕໍ່ໜ້າຄົນຕັດຂົນ, ດັ່ງນັ້ນ ເພິ່ນກໍບໍ່ໄດ້ເປີດປາກຂອງເພິ່ນ. ເພິ່ນຖືກນຳໂຕອອກໄປໂດຍການກົດຂີ່ຂົມເຫັງ ແລະການພິພາກສາ ແລະ ຜູ້ໃດແດ່ຈະເວົ້າເຖິງເຊື້ອສາຍຂອງເພິ່ນໄດ້? ເພາະເພິ່ນຖືກຕັດຂາດຈາກດິນແດນຜູ້ມີຊີວິດ; ເພິ່ນຖືກຕີເພາະການລ່ວງລະເມີດຂອງປະຊາຊົນຂອງເຮົາ. ເພິ່ນຖືກຝັງໃນຂຸມຝັງສົບຮ່ວມກັບຄົນຊົ່ວ, ແລະ ຝັງຮ່ວມກັບເສດຖີໃນຄວາມຕາຍຂອງທ່ານ, ທັງໆທີ່ເພິ່ນບໍ່ເຄີຍເຮັດຫຍັງຮຸນແຮງ, ຫລື ບໍ່ເຄີຍເວົ້າຄຳຕົວະຫລອກລວງ. ເຖິງປານນັ້ນກໍແມ່ນພຣະປະສົງຂອງພຣະເຈົ້າຢາເວທີ່ຈະບຸກໂຈມຕີ ແລະ ເຮັດໃຫ້ເພິ່ນທຸກທໍລະມານ, ແລະ ເຖິງແມ່ນພຣະອົງໃຊ້ຊີວິດຂອງເພິ່ນເປັນເຄື່ອງບູຊາລຶບລ້າງຄວາມບາບ, ແຕ່ເພິ່ນຈະເຫັນເຊື້ອສາຍຂອງຕົນ ແລະ ວັນຄືນຂອງເພິ່ນກໍຈະຍາວນານ, ພຣະປະສົງຂອງພຣະເຈົ້າຢາເວຈະຈະເລີນຮຸ່ງເຮືອງໃນມືຂອງເພິ່ນ. ຫລັງຈາກທີ່ຊີວິດຈິດໃຈຂອງເພິ່ນ ຕ້ອງທຸກທໍລະມານແລ້ວ, ເພິ່ນຈະໄດ້ເຫັນແສງສະຫວ່າງແຫ່ງຊີວິດ ແລະເພິ່ນຈະພໍໃຈ; ໂດຍຄວາມຮູ້ຂອງເພິ່ນຄືຜູ້ຮັບໃຊ້ທີ່ຊອບທໍາຂອງເຮົາຈະເຮັດໃຫ້ຄົນເປັນຈຳນວນຫລາຍກາຍເປັນຜູ້ຊອບທຳ, ແລະ ເພິ່ນຈະແບກຄວາມຊົ່ວຊ້າຂອງຄົນເຫລົ່ານັ້ນ. ເຫດສະນັ້ນ ເຮົາຈະໃຫ້ເພິ່ນມີສ່ວນແບ່ງໃນໝູ່ຜູ້ຍິ່ງໃຫຍ່, ແລະ ເພິ່ນຈະແບ່ງລາງວັນກັບຜູ້ແຂງແຮງ, ເພາະເພິ່ນຍອມມອບຊີວິດ ແລະ ຖືກນັບເປັນພວກດຽວກັບຄົນທີ່ລ່ວງລະເມີດ. ເພາະເພິ່ນແບກຮັບບາບຂອງຄົນເປັນຈຳນວນຫລາຍ, ແລະ ໄດ້ອະທິຖານເພື່ອຄົນທີ່ລ່ວງລະເມີດ( ເອຊາຢາ 53:1-12 )
ເຮົາເຫັນວ່າພຣະເມຊີອາທີ່ຖືກປະຕິເສດ ແລະ ຖືກດູໝິ່ນນັ້ນ ໄດ້ສິ້ນພຣະຊົນເພາະບາບຂອງເຮົາ ເໝືອນລູກແກະທີ່ຖືກຂ້າ. ພຣະອົງສິ້ນພຣະຊົນໂດຍບໍ່ມີເຊື້ອສາຍ ແຕ່ເຖິງຢ່າງນັ້ນພຣະອົງ “ຈະມີອາຍຸຍືນ” ແລະ “ຈະມີເຊື້ອສາຍຫລາຍ”. ນີ້ອາດໝາຍຄວາມວ່າ ພຣະເມຊີອາຈະເປັນຄືນມາຈາກຕາຍຫລັງຈາກສິ້ນພຣະຊົນ ບໍ່ວ່າຈະຢູ່ເທິງແຜ່ນດິນໂລກ ຫລື ໃນສະຫວັນ ແລະ ຈະມີລູກທັງທາງກາຍ ຫລື ທາງຝ່າຍວິນຍານ.
ບັດນີ້ ເພື່ອເປັນການຝຶກຫັດສຳລັບຕົວທ່ານເອງ ແລະ ເພື່ອຕັດສິນວ່າພຣະເຢຊູເປັນພຣະເມຊີອາທີ່ຄອຍຖ້າຫລືບໍ່ ຂໍໃຫ້ອ່ານຄຳພະຍານກ່ຽວກັບພຣະເຢຊູຄຣິດຈາກມັດທາຍ ມາຣະໂກ ໂຢຮັນ ຜູ້ທີ່ໄດ້ໃຊ້ເວລາສ່ວນໃຫຍ່ຂອງຊີວິດຢູ່ກັບພຣະເຢຊູແທ້ໆ ແລະ ຈາກທ່ານໝໍລູກາ ຜູ້ທີ່ໄດ້ລວບລວມຂໍ້ເທັດຈິງກ່ຽວກັບຊີວິດຂອງພຣະເຢຊູຄຣິດຊາວນາຊາເຣັດຢ່າງລະອຽດ…